LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • ๐Ÿ”Search
  • เปœเป‰เบฒเบซเบฅเบฑเบ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • เบชเบฐเบกเบฒเบŠเบดเบ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • เบ™เบฑเบเบเบถเบเบญเบปเบšเบฎเบปเบก
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • เบ‚เปˆเบฒเบงเบชเบฒเบ™ เปเบฅเบฐ เป€เบซเบ”เบเบฒเบ™
  • เบ•เบดเบ”เบ•เปเปˆเบžเบงเบเป€เบฎเบปเบฒ
  • ๐Ÿ”เบ„เบปเป‰เบ™เบซเบฒเบ‚เปเป‰เบกเบนเบ™
  • Asean CPA
    • Become ASEAN CPA

News and Events

the meeting on Legislation dissemination and technical exchange of accounting - independent audit and tax works

11/13/2023

0 Comments

 
Picture
ກອງປະຊຸມເຜີຍແຜ່ນິຕິກຳ ແລະ ແລກປ່ຽນ ວຽກງານບັນຊີ-ກວດສອບອິດສະລະ ແລະ ສ່ວຍສາອາກອນ
   ໃນວັນທີ 10 ພະຈິກ 2023 ນີ້, ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ກົມຄຸ້ມຄອງການບັນຊີ, ກົມສ່ວຍສາອາກອນ ແລະ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ແລະ ແລກປ່ຽນທາງດ້ານວິຊາການວຽກງານບັນຊີ-ກວດສອບອິດສະລະ ແລະ ສ່ວຍສາອາກອນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ມີທ່ານ ຄຳປີວ ທິບພະວົງພັນ ຮອງປະທານສະ ພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີຜູ້ຕາງໜ້າກົມສ່ວຍສາອາກອນ, ກົມພາສີ, ຄະນະພະແນກ, ພະນັກງານວິຊາການ, ຕາງໜ້າກົມສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາມີບັນດາທ່ານຈາກຫົວໜ່ວຍທຸລະກິດ, ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບເຂົ້າຮ່ວມ.
Picture
Picture
  ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້ແມ່ນການຮ່ວມມືລະຫວ່າງກົມຄຸ້ມຄອງການບັນຊີກັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບອິດສະລະ ແລະ ກົມສ່ວຍສາອາກອນ, ຈັດສຳມະນາ-ເຜີຍແຜ່ນິຕິກຳວຽກງານບັນຊີ ແລະ ວຽກງານສ່ວຍສາອາກອນໃຫ້ກັບສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບກໍ່ຄືພະນັກງານຂອງວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ຫົວໜ່ວຍທຸລະກິດຕ່າງໆ…ໃນຂອບເຂດທົ່ວປະເທດເວົ້າລວມເວົ້າສະເພາະໃນຂອບເຂດທົ່ວນະຄອນຫຼວງວຽງຈັນ.
Picture
Picture
   ໃນກອງປະຊຸມວິຊາການດັ່ງກ່າວເປັນການເຜີຍແຜ່ນິຕິກຳ, ແລກປ່ຽນທາງດ້ານວິຊາການວຽກງານບັນຊີ-ກວດສອບອິດສະລະ ແລະ ສ່ວຍສາອາກອນໃຫ້ສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບກໍ່ຄືວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ຫົວໜ່ວຍທຸລະກິດຕ່າງໆ…ຈະໄດ້ພ້ອມກັນຄົ້ນຄວ້າບັນຫາຕ່າງໆທີ່ເກີດຂຶ້ນເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກງານບັນຊີ ແລະ ສ່ວຍສາອາກອນ, ແນ່ໃສ່ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດທີ່ຕິດພັນກັບຫົວໜ່ວຍທຸລະກິດ;ເນື່ອງຈາກວ່າວຽກງານການບັນຊີ, ວຽກງານກວດສອບອິດສະລະ ແລະ ວຽກງານສ່ວຍສາອາກອນ; ພັກ ແລະ ລັດຖະ ບານໄດ້ຖືເອົາເປັນວຽກໜຶ່ງທີ່ເອົາເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ກໍານົດເຂົ້າໃນຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.
Picture
Picture
   ໃນວາລະດຳເນີນກອງປະຊຸມຜູ້ຕາງໜ້າກົມຄຸ້ມຄອງການບັນຊີ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ກົມສ່ວຍສາອາກອນ ແລະ ບໍລິສັດ PWC ໄດ້ນຳສະເໜີບັນດາເອກະສານຕ່າງໆເປັນຕົ້ນ: ພາລະບົດບາດ ແລະ ໜ້າທີ່ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມາດຕະຖານສາກົນດ້ານການລາຍງານທາງການເງິນ, ການຄຸ້ມຄອງໂປຣແກຣມບັນຊີ, ຂັ້ນຕອນການຍື່ນບົດສະຫຼຸບລາຍງານການເງິນ ແລະ ການອອກໃບຕິດຕາມການຖືບັນຊີ, ການສ້າງປຶ້ມຄູ່ມືການບັນຊີຂອງຫົວໜ່ວຍທຸລະກິດ, ການອອກໃບຕິດຕາມການດໍາເນີນທຸລະກິດຂອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ, ລະບຽບການ ແລະ ຂັ້ນຕອນການຍື່ນເອກະສານແຈ້ງເສຍອາກອນປະຈໍາປີ ແລະ ວິທີການໄລ່ລຽງອາກອນກໍາໄລປະຈໍາປີເບື້ອງຕົ້ນແບບຄົບຊຸດ ນໍາອີກດ້ວຍ.  ​
Picture
Picture
Picture
0 Comments

LCPAA & Pwc Lao Co-operate Training on IFRS & IAS

11/13/2023

0 Comments

 
Picture
ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ PwC Lao ຝຶກອົບຮົມກ່ຽວກັບມາດຕະຖານສາກົນດ້ານການລາຍງານການເງິນ ແລະ ມາດຕະຖານການບັນຊີສາກົນ
  ໃນລະຫວ່າງວັນທີ 7-8 ພະຈິກ 2023 ນີ້, ທີ່ສະຖາບັນການທະນາຄານ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຮ່ວມກັບ ບໍລິສັດ ພຣາຍສວໍເຕີເຮົ້າສກຸບເປີສ ລາວ ຈຳກັດຜູ້ດຽວ (PwC Lao), ໄດ້ຈັດຝຶກອົບຮົມໃນຫົວຂໍ້: “ມາດຕະຖານສາກົນດ້ານການລາຍງານການເງິນ” ຈຸດປະສົງເພື່ອເປັນການຍົກລະດັບວິຊາຊີບແບບຕໍ່ເນື່ອງແກ່ສະມາຊິກ ແລະ ບຸກຄົນທົ່ວໄປກ່ຽວກັບມາດຕະຖານສາກົນດ້ານການລາຍງານການເງິນ, ທັງເປັນການຕິດຕາມ ແລະ ເກັບກໍາຊົ່ວໂມງຝຶກອົບຮົມດ້ານວິຊາຊີບ (CPD) ໃຫ້ສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບນໍາອີກດ້ວຍ.
Picture
  ໃນຊຸດຝຶກອົບຮົມດັ່ງກ່າວໂດຍແມ່ນທ່ານ ອະພິສິດ ທ່ຽງຕົງພິນໂຍ ຮຸ້ນສ່ວນບໍລິສັດ ພຣາຍສວໍເຕີເຮົ້າສກູບເປີສລາວ ຈໍາກັດຜູ້ດຽວ, ພ້ອມດ້ວຍທິມງານຝຶກອົບຮົມຂອງບໍລິສັດເປັນຜູ້ບັນຍາຍ, ຊຶ່ງມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດມີ 94 ທ່ານ. ໃນນັ້ນ, ມີຍິງ 49 ທ່ານ. ໃນນີ້, ມີສະມາຊິກ, ຄູ່ຮ່ວມຍຸດທະສາດຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ ບຸກຄົນທົ່ວໄປທີ່ຈາກຫຼາຍພາກສ່ວນ; ໃນໄລຍະການຝຶກອົບຮົມເຫັນວ່າຄະນະຝຶກອົບຮົມໄດ້ມີຄວາມຮັບຜິດຊອບສູງໃນການບັນລະຍາຍ ແລະ ນຳພາຜູ້ເຂົ້່າຮ່ວມຝຶກອົບຮົມລົົງເລິກການປະຕິບັດຕົວຈິງກ່ຽວກັບມາດຕະຖານລາຍງານການເງິນແຕ່ລະມາດຕະຖານເປັນຕົ້ນ: IAS21 ສະກຸນເງິນທີ່ໃຊ້ໃນການດໍາເນີນງານ, IFRS10 ລາຍງານການເງິນສັງລວມກິດຈະການ, IAS 24 ການເປີດເຜີຍຂໍ້ມູນຂ່າວສານກ່ຽວກັບພາກສ່ວນທີ່ກ່ຽວຂ້ອງ, IAS7 ໃບລາຍງານກະເເສເງິນສົດ ແລະ IAS 12 ອາກອນເຍື້ອນຊໍາລະ.
Picture
Picture
Picture
   ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 28 ພະຈິກ 2023 ນີ້, ໄດ້ຈັດພິທີປິດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນ ຂອງທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ແລະ ທ່ານ ອະພິສິດ ທ່ຽງຕົງພິນໂຍ ຮຸ້ນສ່ວນບໍລິສັດ ພຣາຍສວໍເຕີເຮົ້າສກູບເປີສລາວ ຈໍາກັດຜູ້ດຽວ, ໂດຍມີນັກວິທະຍາກອນ, ນັກສຳມະນາກອນ, ພະນັກງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ,ບໍລິສັດ ພຣາຍສວໍເຕີເຮົ້າສກຸບເປີສລາວ ຈຳກັດຜູ້ດຽວເຂົ້າຮ່ວມ.
Picture
Picture
Picture
Picture
Picture
Picture
0 Comments
<<Previous

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • ๐Ÿ”Search
  • เปœเป‰เบฒเบซเบฅเบฑเบ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • เบชเบฐเบกเบฒเบŠเบดเบ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • เบ™เบฑเบเบเบถเบเบญเบปเบšเบฎเบปเบก
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • เบ‚เปˆเบฒเบงเบชเบฒเบ™ เปเบฅเบฐ เป€เบซเบ”เบเบฒเบ™
  • เบ•เบดเบ”เบ•เปเปˆเบžเบงเบเป€เบฎเบปเบฒ
  • ๐Ÿ”เบ„เบปเป‰เบ™เบซเบฒเบ‚เปเป‰เบกเบนเบ™
  • Asean CPA
    • Become ASEAN CPA