ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາວິຊາຊີບນັກບັນຊີ ແລະ ນັ5/6/2024 ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2024 ຜ່ານມານີ້, ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ຍອດ ແພງສົມບັດ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ມີຮອງຫົວໜ້າກົມຄຸ້ມຄອງການບັນຊີ, ມີທ່ານ ຄໍາປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຄະນະບໍລິຫານງານ, ຄະນະກຳມະການ, ສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບເຂົ້າຮ່ວມ. ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ວຽກງານບັນຊີ ແລະ ກວດສອບແມ່ນເປັນວຽກງານໜຶ່ງທີ່ສຳຄັນໃນການຄຸ້ມຄອງການເງິນທັງພາກແຫ່ງລັດ ແລະ ພາກທຸລະກິດໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທຳ. ສະນັ້ນ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເປັນອົງກອນໜຶ່ງທີ່ສຳຄັນໃນການຊ່ວຍລັດ, ກໍຄືກະຊວງການເງິນໃນການພັດທະນາວິຊາຊີບບັນຊີ ແລະ ກວດສອບໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນພ້ອມທັງຄຸ້ມຄອງ, ນຳພາສະມາຊິກເຄື່ອນໄຫວວິຊາຊີບໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີຄຸນນະພາບສູງ; ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດໂດຍສະເພາະແມ່ນການຊຸກຍູ້ ແລະ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດຖືບັນຊີໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມທັງສ້າງແຮງຈູງໃຈໃຫ້ບໍລິສັດບັນຊີ ແລະ ກວດສອບເປັນຜູ້ຕາງໜ້າຕົວແທນແນະນໍາ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຫ້ຖືບັນຊີ ແລະ ສ້າງບົດລາຍງານການເງິນ ແລະ ບັນຊີ ໃຫ້ຖືກຕ້ອງຕາມມາດຕະຖານບັນຊີ. ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງ ແຜນການປະຈໍາປີ 2024, ພາລະບົດບາດ ແລະ ໜ້າທີ່, ພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າຈາກທ່ານ ຄໍາປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຮັບຟັງການສະເໜີຫຍໍ້ກ່ຽວກັບວຽກງານການຄຸ້ມຄອງວຽກງານກວດສອບ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024, ຮັບຟັງການປະກອບຄໍາເຫັນ, ປຶກສາຫາລືກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການໃຫ້ບໍລິການບັນຊີ ແລະ ກວດສອບໃນຜ່ານມາຈາກສະມາຊິກສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ເພື່ອສືບຕໍ່ເຄື່ອນໄຫວວຽກງານພັດທະນາສະພາວິຊາຊີບໃຫ້ມີຄວາມເຂັ້ມແຂງຮອບດ້ານ.
0 Comments
Leave a Reply. |
|