LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD

News and Events

ສວ-ບກລ ຈັດຝຶກອົບຮົມໃນຫົວຂໍ້ ການສ້າງແບບຈຳລອງທາງການເງິນ ຫຼື (Financial Modeling)

5/28/2024

0 Comments

 
Picture
 ໃນວັນທີ 24 ພຶດສະພາ 2024  ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໂດຍຮ່ວມກັບ ບໍລິສັດ ເຄເອັມເອັສ ທີ່ປຶກສາ ແລະ ການຄ້າ ໄດ້ເປີດຝຶກອົບຮົມຂຶ້ນ ໃນຫົວຂໍ້: ການສ້າງແບບຈຳລອງທາງການເງິນ ຫຼື (Financial Modeling), ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ດາວວິໄລ ຮອງປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີ ທ່ານ ແກ່ນແກ້ວ ສໍບຸດສຸວົງ ຜູ້ອຳນວຍການ ບໍລິສັດ ເຄເອັມເອັສ ທີ່ປຶກສາ ແລະ ການຄ້າ, ພ້ອມດ້ວຍຫົວໜ້າຫ້ອງການ ແລະ ບັນດາວິທະຍາກອນ ແລະ ນັກສຳມະນາກອນ113 ທ່ານ, ຍິງ 60 ທ່ານ ເຂົ້າຮ່ວມ.
Picture
ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ສະບັບເລກທີ 0994/ກງ, ລົງວັນທີ 07 ເມສາ 2022, ອີງຕາມກົດລະບຽບຂອງສະພາວິຊາຊີບ ນັກບັນຊີ ແລະນັກກວດສອບ, ສະບັບເລກທີ 038/ສວ-ບກລ, ລົງວັນທີ 20 ກຸມພາ 2024 ກ່ຽວກັບການຍົກລະດັບແບບຕໍ່ເນື່ອງ ແລະ ການເກັບຊົ່ວໂມງ (CPD) ຂອງສະມາຊິກ ສວ-ບກລ.
Picture
Picture
Picture
Picture
 ພິທີຝຶກອົບຮົມໃນຄັ້ງນີ້, ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຄວາມສາມາດດ້ານການວາງແຜນທາງການເງິນ ແລະ ການສ້າງແບບຈຳລອງທາງການເງິນຂອງທຸລະກິດ ໃຫ້ກັບນັກຝຶກອົບຮົມໃຫ້ມີຄວາມຊຳນານຂຶ້ນ ແລະ ເພື່ອເປັນການຕິດຕາມ ແລະ ເກັບກໍາຊົ່ວໂມງ CPD ໃຫ້ກັບສະມາຊິກຂອງ ສວ-ບກລ ໂດຍມີຫົວຂໍ້ຫຼັກສຳຄັນ ດັ່ງນີ້: ອະທິບາຍກ່ຽວກັບຈຸດປະສົງ ແລະ ປະໂຫຍດຂອງແບບຈຳລອງທາງການເງິນ; ແນະນຳຄວາມເຂົ້າໃຈພື້ນຖານກ່ອນການສ້າງແບບຈຳລອງທາງການເງິນ; ແນະນຳຂັ້ນຕອນການພັດທະນາແບບຈຳລອງທາງການເງິນ; ເເນະນຳວິທີການສ້າງແບບຈຳລອງທາງການເງິນ; ການສ້າງແບບຈຳລອງການປະເມີນມູນຄ່າກິດຈະການ ຫຼື ມູນຄ່າຫຼັກຊັບ.

​ໂອກາດດັ່ງກ່າວ
, ທ່ານ ບຸນເຫຼືອ ດາວວິໄລ ໄດ້ກ່າວໃຫ້ຮູ້ວ່າ: ການຈັດຝຶກອົບຮົມດັ່ງກ່າວ ຖືວ່າມີຄວາມໝາຍ ຄວາມສຳຄັນຍິ່ງຕໍ່ນັກຝຶກອົບຮົມທີ່ໄດ້ເຂົ້າຮ່ວມ, ໃນການນຳເອົາຄວາມຮູ້ແບບຕໍ່ເນື່ອງນີ້ ໄປປະຕິບັດຕໍ່ໜ້າວຽກ, ຊຶ່ງແນ່ນອນວ່າ ນອກຈາກການເພີ່ມທັກສະຄວາມຮູ້ແລ້ວ ມັນກໍ່ຍັງເປັນການເສີມຂະຫຍາຍວຽກງານການສ້າງແບບແຜນທາງການເງິນຂອງທຸລະກິດກ່ຽວກັບການສ້າງແບບຈຳລອງທາງການເງິນໃຫ້ສາມາດເຫັນໄດ້ເຖີງດ້ານດີ ແລະ ດ້ານອ່ອນຂອງຜົນປະກອບການຂອງບໍລິສັດໃນການວາງແຜນ ຍຸດທະສາດ ຂອງອົງກອນອີກດ້ວຍ, ເຫັນໄດ້ວ່າ ນັກຝຶກອົບຮົມແຕ່ລະທ່ານແມ່ນມີຄວາມເອົາໃຈໃສ ແລະ ມີຄວາມຕັ້ງໃຈສູງ, ມີສ່ວນຮ່ວມ ໃນການຕອບ ແລະ ການໃຫ້ຄຳຄິດເຫັນຕໍ່ກັບບົດຕົວຢ່າງ ເຮັດໃຫ້ມີບັນຍາກາດໃນການຝຶກອົບຮົມຄຶກຄື້ນ ແລະ ມີຜົນດີ, ພ້ອມນັ້ນຍັງໄດ້ໃຫ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ເອົາໃຈໃສ່ເພີ່ມການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ຕໍ່ກັບການປະກອບຄຳຄິດເຫັນ ແລະ ການຍົກຕົວຢ່າງບັນຫາຕົວຈິງນຳອີກດ້ວຍ.
Picture
Picture
 ໂອກາດດຽວກັນນັ້ນ, ຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ນຳອີກດ້ວຍ, ເຊິ່ງການຝຶກອົບຮົມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດມີ 113 ທ່ານ, ຍິງ 60 ທ່ານ, ໃນນັ້ນມີພະນັກງານວິຊາການ ມາຈາກ ກົມຄຸ້ມຄອງການບັນຊີ, ພະນັກງານອາຈານມາຈາກ ສະຖາບັນການເງິນ-ການບັນຊີ ແລະ ຈາກບໍລິສັດ KMS ທີ່ປຶກສາ ແລະ ການຄ້າ ລວມ 11 ທ່ານ, ສະມາຊິກສາມັນບຸກຄົນ ຂອງ ສວ-ບກລ 43 ທ່ານ, ສະມາຊິກບຸກຄົນສະໜັບສະໜູນ 04 ທ່ານ, ນັກຝຶກອົບຮົມ CPA 21 ທ່ານ  ແລະ ບຸກຄົນທົ່ວໄປທີ່ເຂົ້າຮ່ວມ 34 ທ່ານ.
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD