|
ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຂໍແຈ້ງມາຍັງ ສະມາຊິກ ສວ-ບກລ ທຸກປະເພດ ແລະ ນັກຝຶກອົບຮົມ CPA ຮັບຊາບກ່ຽວກັບການຝຶກອົບຮົມ ໃນຫົວຂໍ້ "ປິດຊ່ອງຫວ່າງ ການຕັ້ງໜີ້, ເງິນແຮ ແລະ ການນໍາໃຊ້ AI ເຂົ້າໃນວຽກງານການບັນຊີ - Closing the Gap: Accruals, Provisions, and AI-Productivity"
ເຊິງການຝຶກອົບຮົມ ແມ່ນບັນລະຍາຍໂດຍ: ທ່ານ ສອນໄຊ ສີລາເພັດ, ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ. ຝຶກອົບຮົມຟຣີ ບໍ່ມີຄ່າໃຊ້ຈ່າຍ ສຳລັບ ສະມາຊິກສາມັນຂອງ ສວ-ບກລ ແມ່ນຈະໄດ້ຮັບຊົວໂມງ CPD 3 ຊົວໂມງ - Free Training with 3 CPD hours for LCPAA ordinary members and training certificate for other participants. ໂດຍລົງເລີກກ່ຽວກັບ: 1. ທຳຄວາມເຂົ້າໃຈວ່າເປັນຫຍັງ IFRS ຈຶງຮຽກຮ້ອງໃຫ້ເຮັດການຄາດຄະເນທາງບັນຊີ - Understand why IFRS requires accounting estimate. 2. ຈຳແນກຄວາມແຕກຕ່າງລະຫວ່າງການຕັ້ງໜີ້, ຄັງແຮ ແລະ ການຄາດຄະເນອື່ນໆ - Distinguish between accrued expenses provision, and other estimate. 3. ຫຼຸດຜ່ອນການດັດແກ້ໃນການກວດສອບຜ່ານດຸນພິນິດໃນການພິຈາລະນາ -Reduce common audit adjustments through proper judgment. 4. ການນຳໃຊ້ AI ເຂົ້າໃນວຽກງານບັນຊີ - Applying AI to accounting works. ການຝຶກອົບຮົມ ແມ່ນຈະໄດ້ຈັດຂຶ້ນ ວັນທີ 27 ມີນາ (03) 2026 ເວລາ: 8:30 - 12:00 ໂມງ ຝຶກອົບຮົມ ດ້ວຍຮູບແບບ ອອນລາຍ ລະບົບດຽວ - (Online TRAINNG via Google Meet) ກົດລິງເພື່ອລົງທະບຽນເຂົ້າຮ່ວມການຝຶກອົບຮົມ: https://forms.gle/SqhbV9WivNjRKYn66 ຂໍຂອບໃຈ
0 Comments
Leave a Reply. |
|