LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD

News and Events

LCPAA Annual meeting

6/12/2025

0 Comments

 
Picture

​ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບສະຫຼຸບວຽກງານປະຈໍາປີຂອງຕົນ

​ໃນວັນທີ 6 ມິຖຸນາ 2025 ທີ່ ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ  ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປະຈໍາປີ2024 ແລະ ແຜນການເຄື່ອນໄຫວກິດຈະກໍາປີ 2025  ຂອງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ(ສວ-ບກລ) ເປັນປະທານຂອງທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ , ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ມີ ບັນດາ ຄະນະບໍລິຫານງານ, ຄະນະກໍາມະການຕ່າງໆ ແລະ ສະມາຊິກຂອງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
Picture
Picture
​ທ່ານ ສອນໄຊ ສີລາເພັດ ກ່າວວ່າ: ຕາງໜ້າໃຫ້ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ສະແດງຄວາມຂອບໃຈ ມາຍັງກົມຄຸ້ມຄອງການບັນຊີ ກະຊວງການເງິນ ທີ່ໄດ້ໃຫ້ທິດຊີ້ນໍາ ແລະ ສະໜັບສະໜູນການເຄື່ອນໄຫວຂອງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຕະຫຼອດມາ ເພື່ອໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງມີປະສິດທິຜົນ. ກອງປະຊຸມໃນຄັ້ງນີ້ຈະໄດ້ຈັດຂຶ້ນເປັນເວລາ 1 ວັນ ໂດຍແບ່ງອອກເປັນ 2 ວາລະຄື: ວາລະທີ 1 ແມ່ນສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ2024 ແລະ ແຜນການເຄື່ອນໄຫວ ກິດຈະກໍາ ໃນປີ 2025.
Picture
Picture
Picture
Picture
ສ່ວນວາລະທີ 2: ແມ່ນກອງປະຊຸມແລກປ່ຽນທາງດ້ານວິຊາການ ໂດຍຈະຈັດຂຶ້ນໃນຕອນບ່າຍ ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມໃນ ຄັ້ງນີ້ມີກົມຄຸ້ມຄອງການບັນຊີ, ກົມສ່ວຍສາອາກອນ, ພະແນກການເງິນນະຄອນຫຼວງວຽງຈັນ, ບັນດາແຂກທີ່ຖືກເຊີນ,ຄະນະບໍລິຫານງານ, ຄະນະກໍາມະການຕ່າງໆ ແລະ ສະມາຊິກຂອງ ສວ-ບກລ.
Picture
Picture
​ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ເຄື່ອນໄຫວຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍການກວດສອບອິດສະລະມີພາລະບົດບາດໃນການປະກອບຄຳເຫັນໃຫ້ແກ່ລັດ, ມີໜ້າທີ່ປຸກລະດົຂົນຂວາຍ, ຈັດຕັ້ງ-ນຳພາ, ແລະ ເຕົ້າໂຮມສະມາຊິກ ລວມທັງປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກບັນຊີ ແລະ ນັກກວດສອບ ໃຫ້ເຄື່ອນໄຫວວິຊາຊີບຖືກຕ້ອງຕາມລະບຽບກົດໝາຍ,ຊຸກຍູ້ ຊ່ວຍເຫຼືອອົການຈັດຕັ້ງຂອງລັດໃນການສົ່ງເສີມ, ພັດທະນາ ແລະ ຍົກລະດັບວິຊາຊີບການບັນຊີ ແລະ ການກວດສອບ.
Picture
Picture
ດັ່ງທີ່ຮູ້ກັນແລ້ວວ່າໜ້າທີ່ຫຼັກຂອງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ແມ່ນການຈັດຕັ້ງເຄື່ອນໄຫວຈັດຝຶກອົບຮົມ, ຍົກລະດັບຄວາມຮູ້ດ້ານວິຊາຊີບການບັນຊີ ແລະ ການກວດສອບ,ຮ່ວມມືກັບອົງການຈັດຕັ້ງ ແລະ ສະຖາບັນວິຊາຊີບການບັນຊີຂອງບັນດາປະເທດໃນພາກພື້ນ ແລະ ສາກົນ, ຕິດຕາມກວດກາການເຄື່ອນໄຫວສະມາຊິກຂອງຕົນ, ເຊິ່ງການປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນນີ້ ກໍແມ່ນເພື່ອໃຫ້ສອດຄ່ອງກັບວິໄສທັດຂອງສະພາວິຊາຊີບ ໃນການພັດທະນາວິຊາຊີບການບັນຊີ ໃຫ້ມີຄຸນນະພາບສູງ, ເປັນທີ່ເຊື່ອຖືໄດ້ ສຳລັບການບັນລຸເປົ້າໝາຍຫຼັກໃນການຮັບໃຊ້ຜົນປະໂຫຍດສາທາລະນະ.
Picture
Picture
ກອງປະຊຸມໃນຄັ້ງນີ້ ຈະໄດ້ສະຫຼຸບ ແລະ ປະເມີນຜົນການເຄື່ອນໄຫວວຽກງານ ແລະ ກິດຈຳ ຂອງ ສວ-ບກລ ໃນໄລຍະ 1 ປີຜ່ານມາຕາມວິໄສທັດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນ, ພ້ອມທັງວາງແຜນໃນຕໍ່ໜ້າເພື່ອໃຫ້ມີການສືບຕໍ່ເຄື່ອນໄຫວວຽກງານ ແລະ ການພັດທະນາສະພາວິຊາຊີບ ໃຫ້ມີຄວາມເຂັ້ມແຂງຮອບດ້ານຕາມພາລະບົດບາດ ແລະ ຄຸນລັກຊະນະ ທີ່ສາກົນໄດ້ກໍານົດ ແຕ່ລະອົງການຈັດຕັ້ງວິຊາຊີບການບັນຊີໃດໜຶ່ງຄວນມີ.
Picture
Picture
Picture
​ສະນັ້ນ, ເພື່ອເຮັດໃຫ້ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2024 ແລະແຜນ ການເຄື່ອນໄຫວ ປະຈຳປີ 2025 ແລະ ກອງປະຊຸມ ແລກປ່ຽນທາງດ້ານວິຊາການໃຫ້ໄດ້ຮັບໝາກຜົນສູງສຸດ, ຈຶ່ງຮຽກຮ້ອງໃຫ້ບັນທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງຊ່ວຍກັນປະກອບຄຳຄິດເຫັນຕໍ່ບົດລາຍງານ ແລະ ແຜນການເຄື່ອນໄຫວຂອງ ສວ-ບກລ.
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD