LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD

News and Events

LCPAA Runs new batch cpa-xviii

8/8/2023

0 Comments

 
Picture

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ປະຖົມນິເທດ ແລະ ເປີດຊຸດຝຶກອົບຮົມຫຼັກສູດ ວິຊາຊີບຊ່ຽວ ຊານບັນຊີ ຊຸດທີ 18 (CPA XVIII)

​ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ໄດ້ຈັດງານປະຖົມນິເທດ ແລະ ເປີດຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18 (CPA XVIII) ຂຶ້ນໃນວັນທີ 5 ສິງຫາ 2023 ຜ່ານມານີ້, ທີ່ສະໂມສອນໃຫຍ່ຂອງສະຖາບັນການເງິນ-ການບັນຊີ (ສກຊ); ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; ມີຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫົວໜ້າ-ຮອງຫົວໜ້າຂະແໜງ, ບັນດານັກຝຶກຮົບຮົມຊ່ຽວຊານນັກບັນຊີເຂົ້າຮ່ວມ.
Picture
Picture
​ໃນພິທີດັ່ງກ່າວ, ໄດ້ຮັບຟັງການນໍາສະເໜີສະພາບລວມຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫຼັກສູດວິີຊາຊີບຊ່ຽວຊານບັນຊີ CPA, ລະບຽບກ່ຽວກັບການຝຶກງານເປັນຊ່ຽວຊານນັກບັນຊີ,  ຜົນໄດ້ຮັບຫຼັກຈາກຈົບຫຼັກສູດ ແລະ ທາງເລືອກໃນການປະກອບອາຊີບ, ຈັນຍາບັນດ້ານວິຊາຊີບການບັນຊີ, ລະບຽບການຮຽນ-ການສອນ, ການສອບເສັງ, ນິຕິກຳກ່ຽວຂ້ອງກັບການປະກອບອາຊີບການບັນຊີ ແລະ ກວດສອບລວມທັງລະບຽບການທີ່ກ່ຽວຂ້ອງກັບການຝຶກອົບຮົມ, ເພື່ອເຮັດໃຫ້ບັນດານັກຝຶກອົບຮົມໄດ້ເຂົ້າໃຈລະບຽບການຕ່າງໆກ່ອນເລີ່ມຝຶກອົບຮົມຢ່າງເປັນທາງການໃນວັນທີ 12 ສິງຫາ 2023 ນີ້, ໂດຍຈະໃຊ້ໄລຍະເວລາທັງໝົດ 3 ປີ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 382 ທ່ານ. ໃນນີ້, ມີພະນັກງານຈາກບັນດາບໍລິສັດເອກະຊົນ ຈໍານວນ 328 ທ່ານ, ພະນັກງານ-ລັດຖະກອນຂອງລັດ ຈໍານວນ 39 ທ່ານ, ສະຖາບັນການສຶກສາ ຈໍານວນ 11 ທ່ານ ແລະ ພະນັກງນຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຈໍານວນ 4 ທ່ານ.
Picture
Picture
ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ມີຄໍາເຫັນ
ພ້ອມທັງສະແດງຄວາມຊົມເຊີຍຕໍ່ຊຸດຝຶກອົບຮົມ
ຫຼັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18 (CPA XVIII), ສໍາລັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແມ່ນການຈັດຕັ້ງໜຶ່ງຂຶ້ນກັບກະຊວງການເງິນ, ໂດຍມີບົດບາດໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ຕໍ່ມາໄດ້ປ່ຽນຊື່ເປັນສະພາວິຊາຊີບນັກບັນຊີ ແລະ ນັກກວດສອບເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການບັນຊີ ປີ 2013 ແລະ ກົດໝາຍກວດສອບອິດສະຫຼະ ປີ 2014, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ,ເປັນການຊຸກຍູ້ນໍາພາ, ເຕົ້າໂຮມສະມາຊິກລວມທັງປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງນັກບັນຊີ ແລະ ນັກກວດສອບໃຫ້ເຄື່ອນໄຫວຖືກ ຕ້ອງຕາມລະບຽບກົດໝາຍ, ທັງເປັນການຊ່ວຍຊູກຍູ້ບັນດາຫົວໜ່ວຍທຸລະກິດ,ວິສາຫະກິດທັງພາກລັດ ແລະ ເອກະຊົນຖືບັນຊີຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ອື່ນໆ.
Picture
Picture
ສະນັ້ນ, ການເປີດຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານນັກບັນຊີ ຊຸດທີ 18 (CPA XVIII) ເປັນການຍົກລະດັບວິຊາຊີບການບັນຊີໃຫ້ມີຄຸນນະພາບທີ່ເປັນໜ້າເຊື່ອຖື, ສ້າງຄວາມໜ້າເຊື່ອຖືດ້ານວິຊາຊີບດ້ວຍການຍົກສູງຄຸນຄ່າທາງຈັນຍາບັນ, ສ້າງນັກຊ່ຽວຊານບັນຊີລາວໃຫ້ເປັນທີ່ຮັບຮູ້ໃນອາຊຽນ ແລະ ສອດຄ່ອງກັບມາດຕະຖານສາກົນ.    ​
Picture
Picture
Picture
Picture
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD