LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD

News and Events

opening new bacth of cpa-xix

10/15/2024

1 Comment

 
Picture

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຈັດປະຖົມນິເທດການຝຶກອົບຮົມນັກວິຊາຊີບຊ່ຽວຊານບັນຊີລາວ ຊຸດທີ 19 (CPA-XIX)

Picture
Picture
ໃນວັນທີ 12 ຕຸລາ 2024 ທີ່ສະຖາບັນການເງິນ-ການບັນຊີ (ດົງຄຳຊ້າງ) ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ໄດ້ຈັດພິທີປະຖົມນິເທດ ແລະ ເປີດຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 19 (CPA XIX) ຂື້ນໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; ມີທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ, ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ພອນສະຫວັນ ຄຳພາວົງ ຮອງອຳນວຍການ ສະຖາບັນການທະນາຄານ, ທ່ານ ຮ.ສ, ປ.ອ ໄຊສົມພອນ ກອງມະນີລາ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ຄະນະບໍລິຫານງານ ແລະ ຄະນະກຳມະການສຶກສາຂອງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫົວໜ້າ-ຮອງຫົວໜ້າຂະແໜງ, ບັນດາທ່ານແຂກຜູ້ມີກຽດທີ່ຖຶກເຊີນ ແລະ ບັນດານັກຝຶກຮົບຮົມຊ່ຽວຊານບັນຊີເຂົ້າຮ່ວມ.
Picture
Picture
Picture
Picture
ຈຸດປະສົງຂອງການປະຖົມນິເທດ ເປີດຊຸດຝຶກອົບຮົມວິຊາຊີບຊ່ຽວຊານບັນຊີ ຊຸດທີ 19 ນີ້ ມີຜູ້ເຂົ້າຮ່ວມແບບເຊິ່ງໜ້າຈຳນວນ 160 ກວ່າ ທ່ານ ແລະ ເຂົ້າຮ່ວມຮັບຟັງທາງອອນລາຍ ຈຳນວນ 220 ກວ່າທ່ານ. ໃນນີ້, ມີພະນັກງານຈາກບັນດາບໍລິສັດເອກະຊົນ ຈໍານວນ 344 ທ່ານ, ພະນັກງານ-ລັດຖະກອນຂອງລັດ ຈໍານວນ 39 ທ່ານ, ໂດຍໄດ້ມີການນໍາສະເໜີ ແລະ ອະທິບາຍໂດຍຫຍໍ້ກ່ຽວກັບ ສະພາບລວມຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫຼັກສູດວິີຊາຊີບຊ່ຽວຊານບັນຊີ CPA, ລະບຽບການຝຶກງານເປັນຊ່ຽວຊານນັກບັນຊີ,  ຜົນໄດ້ຮັບຫຼັງຈາກຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີ ແລະ ທາງເລືອກໃນການປະກອບອາຊີບ, ກົດຈັນຍາບັນດ້ານວິຊາຊີບການບັນຊີ, ລະບຽບການຮຽນ-ການສອນ ແລະ ການສອບເສັງ, ນິຕິກຳກ່ຽວຂ້ອງກັບການປະກອບອາຊີບການບັນຊີ ແລະ ກວດສອບ ລວມທັງລະບຽບການ-ການຝຶກອົບຮົມ, ປະຫວັດ ແລະ ປະສົບການຂອງອາຈານສອນແຕ່ລະທ່ານ. ເພື່ອເຮັດໃຫ້ບັນດານັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບການຕ່າງໆກ່ອນເລີ່ມຝຶກອົບຮົມຢ່າງເປັນທາງການ, ຫຼັກສູດວິຊາຊີບຊ່ຽວບັນຊີລາວ ແມ່ນຈະໃຊ້ໄລຍະເວລາທັງໝົດໂດຍປະມານ 3-4 ປີ ຈຶ່ງຈົບຫຼັກສູດ.
Picture
Picture
ໂອກາດນີ້, ທ່ານນາງ ດາວອນ ທອງຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 19 (CPA XIX), ແລະ ໄດ້ເນັ້ນໜັກໃຫ້ບັນດານັກຝຶກອົບຮົມໄດ້ຮັບຮູ້ ເຂົ້າໃຈຄວາມໝາຍ ຄວາມສຳຄັນຂອງຈັນຍາບັນການປະກອບອາຊີບນັກບັນຊີ ແລະ ການຍົກລະດັບຄວາມຮູ້ຄວາມສາມາດດ້ານການບັນຊີ-ກວດສອບ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການເງິນ, ແລະ ໄດ້ກຳນົດການເຄື່ອນໄຫວເຂົ້າໃນກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບ ອິດສະລະ, ໂດຍມີບົດບາດໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ,ເປັນການຊຸກຍູ້ນໍາພາ, ເຕົ້າໂຮມສະມາຊິກລວມທັງປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງນັກບັນຊີ ແລະ ນັກກວດສອບໃຫ້ເຄື່ອນໄຫວຖືກ ຕ້ອງຕາມລະບຽບກົດໝາຍ, ທັງເປັນການຊ່ວຍຊູກຍູ້ບັນດາຫົວໜ່ວຍທຸລະກິດ,ວິສາຫະກິດທັງພາກລັດ ແລະ ເອກະຊົນຖືບັນຊີຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ອື່ນໆ.
1 Comment
Phanethong Kongvongsa link
10/19/2024 12:59:40 am

Very good

Reply



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA
  • CPD