LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ

Practical Training FAQ

ຄໍາຖາມ-ຄໍາຕອບ ກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ
ຄໍາຖາມ ແລະ ຄໍາຕອບເຫຼົ່ານີ້ ບໍ່ໄດ້ປ່ຽນແປງ ຫຼື ຢູ່ນອກເໜືອລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີລາວ (ລະບຽບການ) ຊຶ່ງເປັນນິຕິກໍາໜຶ່ງດຽວ ທີ່ມີຜົນບັງຄັບໃຊ້. ການອ່ານ ຄໍາຖາມ ແລະ ຄໍາຕອບເຫຼົ່ານີ້ ບໍ່ໄດ້ທົດແທນການອ່ານລະບຽບການ. ຄໍາຖາມ ແລະ ຄໍາຕອບເຫຼົ່ານີ້ ບໍ່ໄດ້ໝາຍຄວາມວ່າຄົບຖ້ວນ, ສະນັ້ນ ຈະຕ້ອງອີງໃສ່ລະບຽບການເປັນຫຼັກ.
ຖ້າໃນຄໍາຖາມ ແລະ ຄໍາຕອບເຫຼົ່ານີ້ ບໍ່ມີຄໍາຖາມໃດໜຶ່ງທີ່ຕ້ອງການຮູ້, ຜູ້ສະໝັກນັກຝຶກງານເປັນນັກຊ່ຽວຊານບັນຊີ ສາມາດຂໍຄວາມກະຈ່າງແຈ້ງນໍາຄະນະກໍາມະການຝຶກອົບຮົມ ຕາມທີ່ກໍານົດໃນມາດຕາ 39 ຂອງລະບຽບການ.


ກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ

1.  ເປັນຫຍັງການຝຶກງານ ຈຶ່ງຈໍາເປັນເພື່ອໃຫ້ໄດ້ຄຸນວຸດທິນັກຊ່ຽວຊານບັນຊີ?
​ການຝຶກງານເປັນນັກຊຽວຊານບັນຊີ ເປັນສ່ວນພື້ນຖານໜຶ່ງ ຂອງຫຼັກສຸດຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ແລະ ຂະບວນການສໍາລັບການເປັນສະມາຊິກຂອງ ສວ-ບກລ. ການຝຶກງານ ແມ່ນເພື່ອຈຸດປະສົງໃຫ້ນັກຝຶກງານ ສະແດງຄວາມສາມາດຂອງຕົນ ໃນການນໍາໃຊ້ຄວາມຮູ້ ແລະຄວາມສາມາດທີ່ໄດ້ມາຈາກຫຼັກສູດວິຊາຊີບຊ່ຽວຊານບັນຊີ ໃນສະຖານທີເຮັດວຽກ ດ້ວຍການກໍານົດກິດຈະກໍາ ທີ່ກ່ຽວຂ້ອງກັບຄວາມສາມາດດ້ານວິຊາຊີບ ທີ່ຕ້ອງໄດ້ມາ (ເບິ່ງຄໍາຕອບຂອງຄໍາຖາມທີ 3 ຂ້າງລຸ່ມ).
ການຝຶກງານເປັນນັກຊ່ຽວຊານບັນຊີ ຈະຕ້ອງບັນລຸ ໃນສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີໃດໜຶ່ງ ຕາມສາມສາຍງານ ທີ່ຄະນະກໍາມະການຝຶກອົບຮົມ ຂອງ ສວ-ບກລ ໄດ້ພິຈາລະນາວ່າເໝາະສົມ, ເຊັ່ນ ສາຍງານ:
  1. ການບັນຊີ;
  2. ກາານກວດສອບ; ແລະ
  3. ການຄຸ້ມຄອງບໍລິຫານບໍລິສັດ.
ສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ໄດ້ຖືກອອກແບບເພື່ອໃຫ້ທ່ານສາມາດ ປະຕິບັດພາລະບົດບາດໃດໜຶ່ງ ຂອງນັກຊ່ຽວຊານບັນຊີ (ເບິ່ງຄໍາຕອບ ຂອງຄໍາຖາມທີ 2 ຂ້າງລຸ່ມ) ທີ່ທ່ານຕ້ອງການດໍາເນີນ ຫຼື ທີ່ສອດ່ຄ່ອງກັບຕໍາແໜ່ງງານດ້ານວິຊາຊີບ ແລະ ການປະຕິບັດຕົວຈິງ ໃນສະພາບແວດລ້ອມການເຮັດວຽກຂອງທ່ານ. ສາຍງານເຫຼົ່ານີ້ ຈະພາໃຫ້ທ່ານສາມາດໄດ້ປະສົບການເຮັດວຽກຕົວຈິງ ໃນຂົງເຂດຄວາມສາມາດດ້ານວິຊາຊີບ ທີ່ບັນດາສາຍງານໃນການຝຶກງານ ໄດ້ກວມເອົາ ແລະ ຖືວ່າຈໍາເປັນເພື່ອປະຕິບັດພາລະບົດບາດໃດໜຶ່ງ ຂອງນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກເອົາ.
ປະສົບການເຮັດວຽກຂອງທ່ານ ຕ້ອງປະກອບເອົາລະດັບຄວາມຊໍານານງານ ທີ່ຈະເພີ່ມຂຶ້ນແບບລົງເລິກ ແລະ ກວ້າງຂວາງອອກ ຕະຫຼອດໄລຍະການຝຶກງານຂອງທ່ານ.
ເມື່ອທ່ານສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ, ທ່ານຕ້ອງສາມາດສະແດງຄວາມສາມາດຂອງຕົນ ໃນການປະເມີນການແກ້ໄຂບັນຫາທີ່ສະຫຼັບຊັບຊ້ອນ ທີ່ລູກຄ້າ ຫຼື ນາຍຈ້າງຂອງທ່ານ ໄດ້ມອບໃຫ້ເຮັດ, ໃນການພັດທະນາວິທີທາງແກ້ໄຂທີ່ເໝາະສົມ ແລະ ລາຍງານດ້ວຍວິທີທາງ ທີ່ເຮັດໃຫ້ລູກຄ້າ ຫຼື ນາຍຈ້າງ ຫຼື ພາກສ່ວນທີ່ສົນໃຈໃດໜຶ່ງ ເຂົ້າໃຈ.
2. ການປະຕິບັດພາລະບົດບາດໃດໜຶ່ງຂອງນັກຊ່ຽວຊານບັນຊີໝາຍເຖິງຫຍັງ?
​ພາລະບົດບາດໃດໜຶ່ງ ຂອງນັກຊ່ຽວຊານບັນຊີ ໝາຍເຖິງໜຶ່ງໃນກິດຈະກໍາຕ່າງໆ ທີ່ນັກຊ່ຽວຊານບັນຊີ ອາດປະຕິບັດຕາມມາດຕະຖານໃດໜຶ່ງທີ່ໄດ້ກໍານົດໄວ້ ໃນໄລຍະການປະກອບວິຊາຊີບຂອງຕົນ ເຊັ່ນ: ການບັນຊີ, ການກວດສອບ, ການຄຸ້ມຄອງການເງິນ, ໆລໆ.
ກ່ອນເລີ່ມຕົ້ນການຝຶກງານເປັນນັກຊ່ຽວຊານບັນຊີ ທ່ານຈະຕ້ອງຄັດເລືອກພາລະບົດບາດໃດໜຶ່ງ ຂອງນັກຊ່ຽວຊານບັນຊີ (ສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ, ໃຫ້ເບິ່ງຄໍາຕອບໃນຄໍາຖາມທີ 1 ຂ້າງເທິງ)  ຊຶ່ງທ່ານຕ້ອງການຝຶກງານຕົວຈິງ ເຊັ່ນ: ການມີລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ທີ່ຖືວ່າຈໍາເປັນໃນການປະຕິບັດພາລະບົດບາດນີ້.
ຈົ່ງຮັບຊາບວ່າ ການຝຶກງານຂອງທ່ານ ເປັນສ່ວນໜຶ່ງຂອງການຮຽນຮູ້ຢ່າງຕໍ່ເນື່ອງ ທີ່ເປັນພັນທະ ຂອງທ່ານ ໂດຍຜ່ານການຍົກລະດັບແບບຕໍ່ເນື່ອງ (CPD), ເມື່ອເປັນນັກຊ່ຽວຊານບັນຊີແລ້ວ, ທັງນີ້ ກໍເພື່ອພັດທະນາຄວາມສາມາດດ້ານວິຊາຊີບ ທີ່ກ່ຽວຂ້ອງກັບພາລະບົດບາດ ຂອງນັກຊ່ຽວຊານບັນຊີ ຊຶ່ງທ່ານຈະເປັນຜູ້ປະຕິບັດ. ສິ່ງນີ້ອາດເກີດຂຶ້ນ ໂດຍການປ່ຽນແປງສະພາບແວດລ້ອມການເຮັດວຽກຂອງທ່ານ ແລະ ຄວາມກ້າວໜ້າດ້ານວິຊາຊີບ, ແລະ ອາດຮຽກຮ້ອງໃຫ້ທ່ານຍົກລະດັບຄວາມສາມາດດ້ານວິຊາຊີບ ແລະ ມີຄວາມສາມາດສະເພາະດ້ານໃໝ່. 
3. ກິດຈະກໍາທີ່ກ່ຽວຂ້ອງກັບການສ້າງຄວາມສາມາດດ້ານວິຊາຊີບ ມີຄວາມໝາຍແນວໃດ?
​ກິດຈະກໍາທີ່ກ່ຽວຂ້ອງກັບການສ້າງຄວາມສາມາດດ້ານວິຊາຊີບ ມີຈຸດປະສົງໃນການສະໜອງຄວາມຮູ້ດ້ານວິທີການປະຕິບັດຕົວຈິງດານວິຊາຊີບ ທີ່ທ່ານບໍ່ສາມາດມີໄດ້ໃນສະຖານທີ່ເຮັດວຽກຂອງທ່ານ ໃນໄລຍະດໍາເນີນການຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ.
ກິດຈະກໍາເຫຼົ່ານີ້ ປະກອບມີໃນການຈັດຕັ້ງຊຸດຝຶກອົບຮົມສະໜັບສະໜູນດ້ານວິຊາຊີບ ຊຶ່ງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຈະຈັດສໍາມະນາສະເພາະ ໃນຂົງເຂດຄວາມສາມາດດ້ານວິຊາຊີບ ຕາມສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ.
ຜູ້ໃຫ້ຄໍາປຶກສາໃນການຝຶກງານຂອງທ່ານ, ຖ້າແມ່ນໃນກໍລະນີນີ້, ຜູ້ໃຫ້ຄໍາປຶກສາໃນການຝຶກງານຈາກພາຍນອກ, ຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ໄດ້ຮັບມອບໝາຍ ໃຫ້ຕິດຕາມກວດກາຄວາມຄືບໜ້າໃນການຝຶກງານຂອງທ່ານ ຈະແນະນໍາໃຫ້ທ່ານເຂົ້າຮ່ວມສໍາມະນາ ເພື່ອຊ່ວຍໃຫ້ທ່ານສາມາດມີລະດັບຄວາມຊໍານານງານດ້ານວິຊາຊີບທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບ.
4. ການຝຶກງານເປັນນັກຊ່ຽວຊານບັນຊີ ເປັນຂໍ້ບັງຄັບຕາມກົດໝາຍບໍ່?
​ແມ່ນ. ມາດຕາ 35 ແລະ 37 ຂອງກົດໝາຍວ່າດ້ວຍການກວດສອບອິດສະລະ ກໍານົດໃຫ້ທ່ານສໍາເລັດການຝຶກງານສາມປີ (36 ເດືອນ) ເພື່ອໃຫ້ກາຍເປັນນັກຊ່ຽວຊານບັນຊີ.
5. ຂ້າພະເຈົ້າຕ້ອງສໍາເລັດການຝຶກງານໃນໄລຍະ 36 ເດືອນບໍ່?
​ແມ່ນ, ເວັ້ນເສຍ ແຕ່ທ່ານມີສິດຕໍ່ໄປນີ້:
  1. ໄດ້ຮັບການຍົກເວັ້ນ, ຖ້າຫາກທ່ານເປັນ:
  1. ຜູ້ມີປະກາສະນີຍະບັດ ຫຼື ໃບຢັ້ງຢືນ ທີຶ່ປຶກສາບັນຊີ, ມີປະສົບການເຮັດວຽກດ້ານການບັນຊີ ແລະ ກວດ ສອບຢ່າງໜ້ອຍຫ້າປີຂຶ້ນໄປ ໂດຍຕ້ອງມີຫຼັກຖານຢັ້ງຢືນເປັນລາຍລັກອັກສອນ ທີ່ຖືກຮັບຮອງໂດຍຜູ້ບໍລິ ຫານ ຂອງສະຖານທີ່ເຮັດວຽກດັ່ງກ່າວ, ໂດຍຊີ້ແຈງໜ້າວຽກ ທີ່ບຸກຄົນກ່ຽວຂ້ອງໄດ້ເຮັດ ຕາມລະບຽບການສະເພາະຕ່າງຫາກກ່ຽວກັບການຝຶກງານ ທີ່ອອກໂດຍ ສະພາວິຊາຊີບນັກບັນຊີແລະນັກກວດສອບ;
  2. ມີໃບຢັ້ງຢືນຊ່ຽວຊານບັນຊີ ຈາກຕ່າງປະເທດ ຊຶ່ງມີຫຼັກສູດການຝຶກງານ ທີ່ສະພາວິຊາຊີບນັກບັນຊີແລະ ນັກກວດສອບຮັບຮູ້ໄດ້. ການຢັ້ງຢືນດັ່ງກ່າວ ຕ້ອງເປັນລາຍລັກອັກສອນຈາກອົງການຈັດຕັ້ງວິຊາຊີບ ການ ບັນຊີທີ່ຕົນເປັນສະມາຊິກຢູ່ຕ່າງປະເທດນັ້ນ;
  3. ອາຈານສິດສອນວິຊາການບັນຊີ ແລະ ກວດສອບຢ່າງໜ້ອຍສິບປີ ທີ່ສິດສອນຕາມຫຼັກສູດທີ່່ສະພາວິຊາ ຊີບນັກບັນຊີ ແລະ ນັກກວດສອບຮັບຮູ້ ແລະ ມີການຢັັ້ງຢືນຈາກສະຖາບັນການສຶກສາທີ່ຕົນສິດສອນ;
  4. ຜູ້ມີລະດັບການສຶກສາປະລິນຍາໂທ ຫຼື ປະລິນຍາເອກດ້ານການບັນຊີ, ການເງິນ ແລະ ກວດສອບ ແລະ ມີ ປະສົບການກ່ຽວກັບວຽກງານບັນຊີ ແລະ ກວດສອບ ຢ່າງໜ້ອຍ ສິບປີ ທີ່່ມີການຢັ້ງຢືນຄວາມສອດຄ່ອງ ຈາກຫົວໜ່ວຍທີ່່ຕົນໄດ້ເຮັດວຽກງານບັນຊີ ແລະ ກວດສອບ; ແລະ
  5. ສາດສະດາຈານ, ຮອງສາດສະດາຈານ ດ້ານການບັນຊີ, ການເງິນ ແລະ ການກວດສອບ ທີ່່ມີການຢັ້ງຢືນ ໂດຍສະຖາບັນການສຶກສາ ທີ່່ຕົນສິດສອນ.
  1. ສໍາລັບການຫຼຸດໄລຍະເວລາການຝຶກງານ, ແມ່ນຂຶ້ນກັບການພິຈາລະນາຂອງຄະນະບໍລິຫານງານ ສວ-ບກລ ຕາມການສະ   ເໜີຂອງຄະນະກໍາມະການຝຶກອົບຮົມ, ຖ້າຫາກ:
  1. ທ່ານສາມາດສະໜອງຫຼັກຖານ ທີ່ສະແດງເຖິງປະສົບການເຮັດວຽກດ້ານວິຊາຊີບ ຢ່າງໜ້ອຍໃນຂົງເຂດຄວາມສາມາດດ້ານວິຊາຊີບ ຂອງຂອບຂ່າຍຄວາມສາມາດ ຕາມສາຍງານທີ່ຕົນໄດ້ຄັດເລືອກ; ແລະ
  2. ທ່ານໄດ້ປະສົບການເຮັດວຽກ ຊຶ່ງອາດມີໄລຍະເວລາເຖິງ 36 ເດືອນ ທີ່ຕ້ອງໄດ້ມາ ພາຍໃນໄລຍະເວລາ 60 ເດືອນ ກ່ອນມື້ທີ່ໄດ້ຍື່ນຄໍາຮ້ອງຂໍຂຶ້ນທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີ.
ຕ້ອງປະກອບແລະຍື່ນແບບຟອມຄໍາຮ້ອງສໍາລັບການຂໍຍົກເວັ້ນ ຫຼື ການຂໍຫຼຸດໄລຍະເວລາການຝຶກງານເປັນນັກຊ່ຽວຊານບັນຊີ ພ້ອມດ້ວຍຫຼັກຖານຢັ້ງຢືນທີ່ຖືກຕ້ອງ ແລະ ສາມາດກວດກາໄດ້ ໃຫ້ຫ້ອງການຂອງ ສວ-ບກລ ຈົດຮັບຂາເຂົ້າ ແລະ ກໍຈະເປັນຜູ້ສົ່ງໃຫ້ຄະນະກໍາມະການຝຶກອົບຮົມ ເພື່ອພິຈາລະນາ ໃນໄລຍະທ່ານຍື່ນສະໝັກເປັນນັກຝຶກງານ.
ມີການສະໜອງບັນຊີລາຍການຫຼັກຖານຢັ້ງຢືນທີ່ຖືກຕ້ອງ ແລະ ສາມາດກວດກາໄດ້ ພ້ອມໆກັບແບບຟອມຄໍາຮ້ອງຂໍການຍົກເວັ້ນ ຫຼື ການຫຼຸດໄລຍະເວລາການຝຶກງານ.
ທ່ານຕ້ອງຊາບວ່າ ການໄດ້ຮັບການຫຼຸດໄລຍະເວລາການຝຶກງານ ບໍ່ແມ່ນການຖືກຍົກເວັ້ນການປະຕິບັດພັນທະ ຕາມລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ.
6. ຖ້າຂ້າພະເຈົ້າບໍ່ສາມາດມີຫຼັກຖານກ່ຽວກັບການເຮັດວຽກຂອງຂ້າພະເຈົ້າຈາກອາດີດນາຍຈ້າງຕົນ, ຂ້າພະເຈົ້າສາມາດສະໜອງຫຼັກຖານທີ່ເປັນທາງເລືອກອື່ນໃດໜຶ່ງບໍ່?
​ໃນກໍລະນີນີ້, ທ່ານສາມາດສະໜອງການຢັ້ງຢືນເປັນລາຍລັກອັກສອນ ໂດຍຢ່າງໜ້ອຍພະຍານສອງຄົນ ທີ່ເຄີຍເຮັດວຽກນໍາທ່ານ. ໃນເອກະສານນີ້, ຕ້ອງໄດ້ຊີ້ບອກຕໍາແໜ່ງງານ ແລະ ໄລຍະເວລາການເຮັດວຽກຂອງທ່ານ. ນອກນັ້ນ ຍັງຕ້ອງບອກຕໍາ   ແໜ່ງງານ ແລະ ໄລຍະເຮັດວຽກຂອງພະຍານດັ່ງກ່າວ ນໍານາຍຈ້າງທີ່ທ່ານໄດ້ອ້າງອີງວ່າໄດ້ເຮັດວຽກນໍາ. ພະຍານເຫຼົ່ານັ້ນ ຕ້ອງບໍ່ແມ່ນສະມາຊິກຄອບຄົວທ່ານ ຫຼື ພິ່ນ້ອງໃກ້ຊິດ.
7. ຂ້າພະເຈົ້າເປັນທີ່ປຶກສາບັນຊີ ລຸ້ນຜ່ານມາ: ຕົນຕ້ອງໄດ້ຝຶກງານເປັນນັກຊ່ຽວຊານບັນຊີບໍ່?
​ແມ່ນ, ແຕ່ສະເພາະຂົງເຂດຄວາມສາມາດດ້ານວິຊາການ ທີ່ທ່ານຍັງບໍ່ທັນມີປະສົບການເຮັດວຽກເທື່ອ. ສະນັ້ນ, ທ່ານຕ້ອງຄັດເລືອກສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ຈະໃຫ້ທ່ານສາມາດສະແດງໃຫ້ເຫັນວ່າທ່ານໄດ້ລະດັບຄວາມຊໍານານງານທີ່ຈໍາເປັນ ສໍາລັບຂົງເຂດຄວາມສາມາດດ້ານວິຊາການຫຼັກເຫຼົ່ານັ້ນ.
ທ່ານອາດມີສິດໄດ້ຮັບການຍົກເວັ້ນ ຫຼື ການຫຼຸດໄລຍະເວລາການຝຶກງານ ຕາມທີ່ໄດ້ອະທິບາຍໃນຄໍາຕອບ ຂອງຄໍາຖາມທີ 4 ຂ້າງເທິງ.
ຖ້າທ່ານບໍ່ສາມາດຊອກຜູ້ໃຫ້ຄໍາປຶກສາໃນການຝຶກງານ, ທ່ານອາດເລືອກເອົາຜູ້ໃຫ້ຄໍາປຶກສາໃນການຝຶກງານຈາກພາຍນອກ ໃນບັນຊີລາຍຊື່ ທີ່ທາງຄະນະກໍາມະການຝຶກອົບຮົມໄດ້ສ້າງຂຶ້ນ. ໃນກໍໍລະນີນີ້, ທ່ານຈະຕ້ອງໄດ້ຈ່າຍຄ່າບໍລິການດັ່ງກ່າວ ທີ່ສວ-ບກລ ສະໜອງໃຫ້.
8. ຖ້າຂ້າພະເຈົ້າເປັນນາຍຈ້າງເອງ, ຈະສາມາດຝຶກງານໃຫ້ສໍາເລັດແນວໃດ?
​ໃນກໍລະນີນີ້, ມີໂອກາດສູງ ທີ່ທ່ານຈະບໍ່ສາມາດຝຶກງານເປັນນັກຊ່ຽວຊານບັນຊີ ໃນສະຖານທີ່ດຽວກັນກັບຜູ້ໃຫ້ຄໍາປຶກສາໃນການຝຶກງານ. ສະນັ້ນ, ຈຶ່ງຈໍາເປັນຕ້ອງສະໝັກເປັນນັກຝຶກງານ ໂດຍໃຫ້ມີ ຜູ້ໃຫ້ຄໍາປຶກສາຫາລືໃນການຝຶກງານຈາກພາຍນອກ ຊຶ່ງທ່ານຈະເປັນຜູ້ຄັດເລືອກ ໃນບັນຊີລາຍຊື່ ທີ່ຄະນະກໍາມະການຝຶກອົບຮົມສ້າງຂຶ້ນ. ໃນກໍໍລະນີນີ້, ທ່ານຈະຕ້ອງໄດ້ຈ່າຍຄ່າບໍລິການດັ່ງກ່າວ ທີ່ສວ-ບກລ ສະໜອງໃຫ້.
ແຕ່ກ່ອນອື່ນໝົດ, ທ່ານຕ້ອງຄັດເລືອກສາຍງານໃນການຝຶກງານຂອງທ່ານ ຢ່າງລະມັດລະວັງ ຊຶ່ງຂຶ້ນກັບພາລະບົດບາດນັກຊ່ຽວຊານບັນຊີ ທີ່ທ່ານຕ້ອງການປະຕິບັດ ແລະ ຈະສໍາເລັດການຝຶກງານ ດ້ວຍ:
  1. ເຮັດວຽກໃນວິສາຫະກິດຂອງທ່ານ; ຫຼື
  2. ເຮັດວຽກໃນວິສາຫະກິດຂອງທ່ານ ແລະ ລວມກິດຈະກໍານີ້, ຖ້າຈໍາເປັນ, ກັບຕໍາແໜ່ງງານຊົ່ວຄາວ ແລະ ການຝຶກງານໄລຍະສັ້ນ ເພື່ອໃຫ້ທ່ານສາມາດມີລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານທີ່ທ່ານໄດ້ຄັດເລືອກໄວ້.
9. ຂ້າພະເຈົ້າສາມາດສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ ໃນຕໍາແໜ່ງງານຊົ່ວຄາວໃດໜຶ່ງບໍ່?
​ໄດ້, ມີການອະນຸຍາດໃຫ້ມີ ການເຮັດວຽກເຄິ່ງເວລາ (ການເຮັດວຽກຊົ່ວຄາວນອກເວລາ) ໃນໜຶ່ງ ຫຼື ຫຼາຍສະຖານທີ່ເຮັດວຽກ. ທ່ານອາດມີການເຮັດວຽກຊົ່ວຄາວນອກເວລາຫຼາຍເທົ່າທີ່ຈໍາເປັນເພື່ອໃຫ້ໄດ້ລະດັບຄວາມຊໍານານງານທີ່ຈໍາເປັນໃນຂົງເຂດຄວາມສາມາດດ້ານວິຊາການຫຼັກ ຂອງສາຍງານໃນການຝຶກງານ ທີ່ທ່ານໄດ້ຄັດເລືອກ.
ໃນກໍລະນີໃດໜຶ່ງ, ຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດຊອບໃນການຕິດຕາມກວດກາທ່ານ ຈະກໍານົດໄລຍະເວລາການເຮັດວຽກຕໍ່າສຸດທີ່ຈໍາເປັນເພື່ອສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ ໃນເວລາປະຊຸມກັນຄັ້ງ ທໍາອິດ ຕາມຂໍ້ກໍານົດທີ່ໄດ້ວາງຊຶ່ງຈໍາເປັນຕ້ອງມີ.
10. ເວລາໃນການຝຶກງານໄລຍະສັ້ນ ຖືກຄິດໄລ່ເປັນໄລຍະເວລາການຝຶກງານເປັນນັກຊ່ຽວຊານບັນຊີບໍ່?
​ແມ່ນ, ເວລາໃນiການຝຶກງານໄລຍະສັ້ນ ໃດໜຶ່ງ ໃນໄລຍະການຝຶກງານເປັນນັກຊ່ຽວຊານບັນຊີ ຂອງທ່ານ ໄດ້ຖືກພິຈາລະນາ. ທ່ານອາດມີການຝຶກງານໄລຍະສັ້ນຫຼາຍກວ່າໜຶ່ງຄັ້ງ ຖ້າທ່ານຄິດວ່າຈະຊ່ວຍໃຫ້ທ່ານມີລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກໄວ້.
ໃນກໍລະນີມີການຝຶກງານໄລຍະສັ້ນຫຼາຍກວ່າໜຶ່ງຄັ້ງ, ແນະນໍາໃຫ້ທ່ານໄດ້ຮັບຄໍາປຶກສານໍາຜູ້ຊ່ວຍຜູ້ຄວບຄຸມການຝຶກງານເປັນນັກຊ່ຽວຊານບັນຊີ ເພື່ອອໍານວຍຄວາມສະດວກໃນການບໍລິຫານການຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ ແລະ ຮັບປະ ກັນໃຫ້ມີປະສິດທິຜົນ.
11. ຂ້າພະເຈົ້າສາມາດສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີຂອງຕົນຢູ່ປະເທດອື່ນບໍ່?
​ໄດ້, ທ່ານສາມາດສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ ໃນໜຶ່ງ ຫຼື ຫຼູາຍປະເທດ ໃນເງື່ອນໄຂທີ່ຜູ້ໃຫ້ຄໍາປຶກສາຂອງທ່ານ ເປັນ ນັກຊ່ຽວຊານບັນຊີ ຂອງອົງການຈັດຕັ້ງວິຊາຊີບ (PAO) ທີ່ເປັນສະມາຊິກສົມບູນຂອງສະຫະພັນນັກບັນຊີສາກົນ (IFAC).
ທ່ານສາມາດສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ ໃນຮູບແບບການຝຶກງານໄລຍະສັ້ນ ຫຼື ຕໍາແໜ່ງງານຊົ່ວ ຄາວນອກເວລາ.
ຖ້າຫາກທ່ານຄາດວ່າຈະສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີຢູ່ຕ່າງປະເທດ, ທ່ານຕ້ອງໄດ້ແຈ້ງໃຫ້ຄະນະກໍາມະການຝຶກອົບຮົມ ໂດຍຜ່ານຫ້ອງການ ສວ-ບກລ ເພື່ອຈັດຕັ້ງການຕິດຕາມກວດກາທີ່ເໝາະສົມ ເພາະການເປີດທາງເລືອກນີ້ ບໍ່ໄດ້ຍົກເວັ້ນການປະຕິບັດພັນທະ ທີ່ໄດ້ກໍານົດໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ.
12. ຂ້າພະເຈົ້າສາມາດເລີ່ມການຝຶກງານເປັນນັກຊ່ຽວຊານບັນຊີຂອງຕົນເວລາໃດ?
​ອີງໃສ່ການຮັບຮອງການຈົດທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີ ຂອງຄະນະກໍາມະການຝຶກອົບຮົມ, ການຝຶກງານເປັນນັກຊ່ຽວຊານບັນຊີ ຈະເລີ່ມນັບແຕ່ມື້ທໍາອິດຂອງເດືອນຕໍ່ໄປ ຂອງມື້ທີ່ທ່ານໄດ້ສົ່ງຄໍາຮ້ອງສະໝັກຈົດທະບຽນເປັນນັກຝຶກງານ.
ຕົວຢ່າງ, ຖ້າທີ່ໄດ້ສົ່ງຄໍາຮ້ອງຂອງທ່ານ ໃນວັນທີ 28 ກຸມພາ ແລະ ຄະນະກໍາມະການຝຶກອົບຮົມ ໄດ້ຮັບຮອງການຈົດທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ ໃນວັນທີ 27 ເມສາ, ຈະຖືວ່າທ່ານໄດ້ເລີ່ມຕົ້ນການຝຶກງານໃນວັນທີ 1 ມີນາ.
13.   ຂ້າພະເຈົ້າຈະສະໝັກສໍາລັບການຈົດທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີແນວໃດ?
ຕ້ອງປະກອບ ແລະ ສົ່ງແບບແບບຟອມການສະໝັກ ໃຫ້ຫ້ອງການສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຊຶ່ງຈະສະໜອງໃບຮັບຄໍາຮ້ອງ ທີ່ຊີ້ບອກມື້ຮັບເອກະສານດັ່ງກ່າວ.
ຈະມີການຮັບຮອງຄໍາຮ້ອງຂອງທ່ານ ຖ້າທ່ານ:
  1. ມີໃບຢັ້ງຢືນຈົບການສອບເສົງຫຼັກສູດວິຊາຊີບຊ່ຽວຊານບັນຊີ ຕາມກໍານົດໃນມາດຕາ 34 ຂອງກົດໝາຍວ່າດ້ວຍການກວດສອບອິດສະລະ;
  2. ໄດ້ຊໍາລະຄ່າຈົດທະບຽນນັກຝຶກງານ;
  3. ມີໜັງສືຮັບຮອງຈາກຜູ້ໃຫ້ຄໍາປຶກສາໃນການຝຶກງານ ຊຶ່ງຕົນຈະຝຶກງານນໍາ ແລະ ໃນກໍລະນີມີການປ່ຽນຜູ້ໃຫ້ຄໍາປຶກສາໃນການຝຶກງານ ກໍຕ້ອງມີໃບຮັບຮອງຈາກຜູ້ໃຫ້ຄໍາປຶກສາໃນການຝຶກງານຜູ້ໃໝ່; ແລະ
  4. ຍື່ນໜັງສືປະຕິຍານວ່າຈະປະຕິບັດໃຫ້ສອດຄ່ອງຕາມເງື່ອນໄຂທັງໝົດຂອງລະບຽບການສະບັບນີ້ ພ້ອມທັງ ປະພືດຕົນ ຢ່າງມີຈັນຍາບັນ, ບໍ່ວ່າໃນສະຖານະການດ້ານວິຊາຊີບໃດກໍ່ຕາມ, ຕາມກໍານົດໃນຈັນຍາບັນ ສໍາລັບນັກວິຊາຊີບການບັນຊີ.
ທ່ານອາດຍື່ນໃບຄໍາຮ້ອງຂອງທ່ານ ບໍ່ໃຫ້ເກີນໄລຍະເວລາສາມປຮ ພາຍຫຼັງມື້ສິ້ນສຸດການຝຶກອົບຮົມວິຊາຊີບຊ່ຽວຊານບັນຊີ  ຕາມມາດຕາ 34 ຂອງກົດໝາຍວ່າດ້ວຍການກວດສອບອິດສະລະ. ສິ່ງນີ້ຈະຊ່ວຍໃຫ້ທ່ານກໍານົດຜູ້ໃຫ້ຄໍາປຶກສາໃດໜຶ່ງ ແລະ ຈັດການຝຶກງານເປັນນັກຊ່ຽວຊານບັນຊີຂອງຕົນ ໂດຍການຄັດເລືອກສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່        ເໝາະສົມກັບສະພາບການດ້ານວິຊາຊີບ ແລະ ຄວາມມຸ້ງຫວັງ ຂອງທ່ານຫຼາຍທີ່ສຸດ.
ຄະນະກໍາມະການຝຶກອົບຮົມ ຕ້ອງພິຈາລະນາຄໍາຮ້ອງສໍາລັບການຈົດທະບຽນຂອງທ່ານ ພາຍໃນກໍານົດເວລາ 60 ມື້ ນັບຈາກມື້ທີ່ໄດ້ຈົດຮັບໃບຄໍາຮ້ອງຈົດທະບຽນດັ່ງກ່າວ ແລະ ຜົນການພິຈາລະນາດັ່ງກ່າວຈະຖືກແຈ້ງໃຫ້ທ່ານຊາບເປັນລາຍລັກອັກສອນ ພາຍໃນກໍານົດເວລາ 30 ມື້ ນັບຈາກມື້ມີການພິຈາລະນາ.
ໃນກໍລະນີມີການປະຕິເສດການຈົດທະບຽນ, ຜູ້ສະໝັກສໍາລັບການຈົດທະບຽນອາດຍື່ນອູທອນ ຕໍ່ປະທານ ສວ-ບກລ ພາຍໃນກໍານົດເວລາ 30 ມື້ ນັບຈາກມື້ມີການພິຈາລະນາຕັດສິນ. ປະທານ ສວ-ບກລ ຕ້ອງພິຈາລະນາຕັດສິນພາຍໃນ 60 ມື້ ພາຍຫຼັງໄດ້ຮັບການອູທອນ. ຕ້ອງຍື່ນຄໍາຮ້ອງຂໍອູທອນຂອງທ່ານ ໃຫ້ຫ້ອງການ ສວ-ບກລ, ຊຶ່ງຈະອອກເລກທີ ແລະ ວັນທີ ຂອງການຮັບຄໍາອູທອນດັ່ງກ່າວ ໃຫ້ຜູ້ຍື່ນອູທອນ.
14. ເວລາໃດຂ້າພະເຈົ້າຈະສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ ແລະ ໄດ້ຮັບໃບຢັ້ງຢືນສໍາເລັດການຝຶກງານເປັນນັກຊ່ຽວຊານບັນຊີ?
​ພາຍຫຼັງສິ້ນສຸດໄລຍະເວລາການຝຶກງານເປັນນັກຊ່ຽວຊານບັນຊີ, ຄະນະກໍາມະການຝຶກອົບຮົມ ຈະພິຈາລະນາຮັບຮອງ ຖ້າຫາກທ່ານໄດ້ປະຕິບັດທຸກພັນທະທີ່ໄດ້ກໍານົດໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີສໍາເລັດ ແລະ ຖ້າມີການສະຫຼຸບວ່າ ທ່ານໄດ້ລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ.
ຈາກນັ້ນ ຫ້ອງການ ສວ-ບກລ ຈະອອກໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີໃຫ້.
ກະຊວງການເງິນ ຈະອອກໃບຢັ້ງຢືນນັກຊ່ຽວຊານບັນຊີໃຫ້ ຕາມການສະເໜີຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເມື່ອທ່ານມີ:
  1. ໃບຢັ້ງຢືນສອບເສັງຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີ; ແລະ
  2. ໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີ.
15. ຂ້າພະເຈົ້າສາມາດຂໍຄວາມກະຈ່າງແຈ້ງ ສໍາລັບຂໍ້ກໍານົດໃດໜຶ່ງ ໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີແນວໃດ?
​ໃນກໍລະນີ ທີ່ທ່ານຕ້ອງການຄວາມກະຈ່າງແຈ້ງ ສໍາລັບຂໍ້ກໍານົດໃດໜຶ່ງ ໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວ ຊານບັນຊີ, ທ່ານສາມາດຍື່ນໜັງສືກ່ຽວກັບເລື່ອງດັ່ງກ່າວ ໃຫ້ຄະນະກໍາມະການຝຶກອົບຮົມ ເພື່ອພິຈາລະນາ.
ທ່ານຕ້ອງຍື່ນການຂໍຄວາມກະຈ່າງແຈ້ງນໍາຫ້ອງການ ສວ-ບກລ ຊຶ່ງຈະເປັນຜູ້ຍື່ນຕໍ່ຫາຄະນະກໍາມະການຝຶກອົບຮົມ ໄວເທົ່າທີ່ສາມາດສົ່ງໃຫ້ໄດ້. ທ່ານຈະໄດ້ຮັບການແຈ້ງໃຫ້ຊາບ ເປັນລາຍລັກອັກສອນ ກ່ຽວກັບການພິຈາລະນາຂອງຄະນະກໍາມະການດັ່ງກ່າວ ໄວເທົ່າທີ່ສາມາດເປັນໄປໄດ້.

ກ່ຽວກັບການໃຫ້ຄໍາປຶກສາ ແລະ ທາງເລືອກອື່ນໃນການໃຫ້ຄໍາປຶກສາ

16. ຈຸດປະສົງຂອງການໃຫ້ຄໍາປຶກສາແມ່ນຫຍັງ?
​ການໃຫ້ຄໍາປຶກສາ ແມ່ນດໍາເນີນໂດຍບຸກຄົນທີ່ເປັນນັກຊ່ຽວຊານບັນຊີ ຫຼື ສະມາຊິກ ຂອງອົງການຈັດຕັ້ງວິຊາຊີບໃດໜຶ່ງ ທີ່ເປັນສະມາຊິກສົມບູນຂອງສະຫະພັນນັກບັນຊີສາກົນ (IFAC) ແລະ ໄດ້ຮັບອະນຸຍາດຈາກຄະນະກໍາມະການຝຶກອົບຮົມ.
ເພິ່ນຈະໃຫ້ຄໍາແນະນໍາ ແລະ ສະໜັບສະໜູນທ່ານໂດຍກົງ ໃນຂົງເຂດຄວາມສາມາດດ້ານວິຊາການຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ. ເພີ່ນຈະຊ່ວຍທ່ານ ໃຫ້ມີຄຸນຄ່າ, ຈັນຍາບັນ ແລະ ທັດສະນະຄະຕິຂອງວິຊາຊີບນີ້ ທີ່ທ່ານຄາດຫວັງໄວ້ ວ່າຈະໄດ້ໃນທ້າຍຂອງການຝຶກງານເປັນນັກຊ່ຽວຊານບັນຊີ.
ດ້ວຍເຫດນີ້, ຜູ້ໃຫ້ຄໍາປຶກສາຂອງທ່ານ ຕ້ອງ:
  1. ຢູ່ສະຖານທີ່ເຮັດວຽກດຽວກັນກັບທ່ານ;
  2. ຮ່ວມມືຢ່າງໃກ້ຊິດກັບທ່ານ ແລະ ກໍານົດເວລາທີ່ເໝາະສົມຂອງຕົນ ເພື່ອສາມາດຊີ້ນໍາທ່ານ ໃຫ້ໄດ້ລະດັບຄວາມຊໍານານງານທີ່ຈໍາເປັນ;
  3. ປະຊຸມກັບທ່ານຫຼາຍຄັ້ງ ຕາມຄວາມຈໍາເປັນ ເພື່ອແກ້ໄຂບັນຫາທີ່ອາດເກີດຂຶ້ນ ກ່ຽວກັບການພັດທະນາຄວາມສາມາດຂອງທ່ານ; ແລະ
  4. ຮ່ວມມື ແລະ ປະສານງານກັບຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດຊອບຕິດຕາມກວດກາທ່ານ. 
17. ຈໍາເປັນຕ້ອງກໍານົດຜູ້ໃຫ້ຄໍາປຶກສາໃດໜຶ່ງກ່ອນການຈົດທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີບໍ່?
​ແມ່ນ, ທ່ານຕ້ອງໄດ້ກໍານົດນັກຊ່ຽວຊານບັນຊີ ທີ່ຮັບເປັນຜູ້ໃຫ້ຄໍາປຶກສາໃຫ້ທ່ານ. ຖ້າຫາກທ່ານ, ພາຍຫຼັງທີ່ໄດ້ພະຍາຍາມຊອກຢ່າງສົມເຫດສົມຜົນແລ້ວ, ຍັງບໍ່ສາມາດຊອກຜູ້ໃຫ້ຄໍາປຶກສາໃດໜຶ່ງເທື່ອ, ໃຫ້ເບິ່ງຄໍາຖາມທີ 18 ຂ້າງລຸ່ມ.
18. ຂ້າພະເຈົ້າສາມາດສະໝັກສໍາລັບຈົດທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີໄດ້ບໍ່ ຖ້າບໍ່ສາມາດກໍານົດຜູ້ໃຫ້ຄໍາປຶກສາໄດ້?
​ໄດ້, ທ່ານອາດສະເໜີຂໍໃຫ້ມີຜູ້ໃຫ້ຄໍາປຶກສາຈາກພາຍນອກ ຕາມບັນຊີລາຍຊື່ ທີ່ຄະນະກໍາມະການຝຶກອົບຮົມໄດ້ສ້າງ ເພື່ອເປັນຜູ້ໃຫ້ຄໍາປຶກສາແກ່ທ່ານ. ໃນກໍໍລະນີນີ້, ທ່ານຈະຕ້ອງໄດ້ຈ່າຍຄ່າບໍລິການດັ່ງກ່າວ ທີ່ສວ-ບກລ ສະໜອງໃຫ້.
ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບບົດບາດເປັນຜູ້ໃຫ້ຄໍາປຶກສາຈາກພາຍນອກ, ຕ້ອງເປັນນັກຊ່ຽວຊານບັນຊີ. ໃນກໍລະນີນີ້, ເພີ່ນຈະບໍ່ໄດ້ຮັບຜິດຊອບເປັນຜູ້ຕິດຕາມກວດກາການຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ ເພື່ອຫຼີກລ່ຽງບໍ່ໃຫ້ມີຂໍ້ຂັດແຍ່ງດ້ານຜົນປະໂຫຍດ ແລະ ສ້າງຄວາມເຊື່ອມເສຍຕໍ່ຄວາມເປັນເອກະລາດຂອງຕົນ: ບຸກຄົນດຽວກັນ ບໍ່ສາມາດໃຫ້ຄໍາປຶກສາ ແລະ ຕິດຕາມກວດກາທ່ານ.
19. ຂ້າພະເຈົ້າຕ້ອງປ່ຽນນາຍຈ້າງບໍ່ ຖ້າຕົນບໍ່ສາມາດຊອກຜູ້ໃຫ້ຄໍາປຶກສາໃດໜຶ່ງ?
​ບໍ່, ທ່ານບໍ່ຈໍາເປັນຕ້ອງປ່ຽນນາຍຈ້າງຂອງຕົນ. ໃນກໍລະນີນີ້, ທ່ານຕ້ອງດໍາເນີນການ ຕາມທີ່ໄດ້ອະທິບາຍໃນຄໍາຕອບ ຂອງຄໍາຖາມທີ 18 ຂ້າງເທິງ.
ກ່ອນການຕັດສິນໃຈ, ທ່ານຕ້ອງພິຈາລະນາຢ່າງຮອບຄອບວ່າ ທ່ານຈະສາມາດໄດ້ລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກນັ້ນ ຖ້າທ່ານຍັງເຮັດວຽກນໍານາຍຈ້າງຂອງທ່ານໃນປັດຈຸບັນ ຫຼືບໍ່?
20. ຜູ້ໃຫ້ຄໍາປຶກສາທີ່ຂ້າພະເຈົ້າໄດ້ກໍານົດ ຈະຖືກຄະນະກໍາມະການຝຶກອົບຮົມຮັບຮອງເວລາໃດ?
​ຜູ້ໃຫ້ຄໍາປຶກສາທີ່ທ່ານໄດ້ກໍານົດ ຈະໄດ້ຮັບການຮັບຮອງໂດຍຄະນະກໍາມະການຝຶກອົບຮົມ ພ້ອມກັນກັບການພິຈາລະນາຄໍາຮ້ອງສະໝັກຂໍ້ຂຶ້ນທະບຽນນັກຝຶກງານເປັນນັກຊ່ຽວຊານບັນຊີ ຂອງທ່ານ ພາຍໃນກໍານົດເວລາ 60 ມື້ ນັບຈາກມື້ທີ່ໄດ້ຈົດຮັບໃບຄໍາຮ້ອງຈົດທະບຽນດັ່ງກ່າວ.
ດ້ວຍເຫດຜົນນີ້, ໃນແບບຟອມຄໍາຮ້ອງຂໍຂຶ້ນທະບຽນ ທ່ານຕ້ອງປະກອບຂໍ້ມູນ ໃນພາກກ່ຽວກັບຜູ້ໃຫ້ຄໍາປຶກສາຂອງທ່ານຢ່າງຊັດເຈນ.
21. ຂ້າພະເຈົ້າສາມາດປ່ຽນຜູ້ໃຫ້ຄໍາປຶກສາ ໃນໄລຍະດໍາເນີນການຝຶກງານເປັນນັກຊ່ຽວຊານບັນຊີໄດ້ບໍ່?
​ໄດ້, ທ່ານອາດປ່ຽນຜູ້ໃຫ້ຄໍາປຶກສາ ໃນໄລຍະດໍາເນີນການຝຶກງານເປັນນັກຊ່ຽວຊານບັນຊີ ຖ້າທ່ານຖືວ່າຈໍາເປັນເພື່ອບັນລຸລະດັບຄວາມຊໍານານງານທີ່ເໝາະສົມ ໃນຂົງເຂດຄວາມສາມາດດ້ານວິຊາຊີບ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ.
ທ່ານຕ້ອງຮັບຊາບວ່າ ຖ້າທ່ານບໍ່ມີ ແລະ ບໍ່ສາມາດກໍານົດຜູ້ໃຫ້ຄໍາປຶກສາ, ແຕ່ທ່ານມີຜູ້ໃຫ້ຄໍາປຶກສາຈາກພາຍນອກ ທີ່ຖືກຄັດເລືອກຈາກບັນຊີລາຍຊື່ທີ່ ສວ-ບກລໄດ້ສ້າງມານັ້ນ ແມ່ນທ່ານບໍ່ສາມາດປ່ຽນຜູ້ໃຫ້ຄໍາປຶກສາໄດ້.
ຕ້ອງຮັບຊາບວ່າ ຖ້າທ່ານຕັດສິນໃຈປ່ຽນຜູ້ໃຫ້ຄໍາປຶກສາຂອງທ່ານ, ການປ່ຽນແປງດັ່ງກ່າວຕ້ອງບໍ່ຄັດຈັງຫວະໃນການຝຶກງານ  ແລະ ທ່ານຕ້ອງລາຍງານໃຫ້ຜູ້ຄວບຄຸມການຝຶກງານ ກ່ຽວກັບເຫດຜົນການປ່ຽນແປງຜູ້ໃຫ້ຄໍາປຶກສາໃການຝຶກງານ ແລະ ມື້ຂອງການປ່ຽນດັ່ງກ່າວ. ບົດລາຍງານນີ້ ຕ້ອງສົ່ງພາຍໃນ 30 ມື້ ກ່ອນມື້ຂອງການປ່ຽນແປງດັ່ງກ່າວ.
22. ຖ້າຂ້າພະເຈົ້າຈະຝຶກງານເປັນນັກຊ່ຽວຊານບັນຊີ ໃນປະເທດອື່ນ ຈະເຮັດແນວໃດກ່ຽວກັບຜູ້ໃຫ້ຄໍາປຶກສາ?
​ຖ້າທ່ານຕັດສິນໃຈດໍາເນີນການຝຶກງານເປັນນັກຊ່ຽວຊານບັນຊີຢູ່ຕ່າງປະເທດ, ຜູ້ໃຫ້ຄໍາປຶກສາຕ່າງໆຂອງທ່ານ ຕ້ອງເປັນສະມາ ຊິກຂອງອົງການຈັດຕັ້ງວິຊາຊີບ ທີ່ເປັນສະມາຊິກສົມບູນຂອງສະຫະພັນນັກບັນຊີສາກົນ.
ຜູ້ໃຫ້ຄໍາປຶກສາໃນການຝຶກງານ ທີ່ທ່ານກໍານົດໄວ້ ຕ້ອງໄດ້ຮັບການຮັບຮອງຈາກຄະນະກໍາມະການຝຶກອົບຮົມ ແລະ ການປ່ຽນຜູ້ໃຫ້ຄໍາປຶກສາ ຕ້ອງດໍາເນີນດ້ວຍວິທີທາງດຽວກັນກັບທີ່ໄດ້ອະທິບາຍໃນຄໍາຕອບຂອງຄໍາຖາມທີ 20 ຂ້າງເທິງ.

ກ່ຽວກັບຜູ້ຄວບຄຸມ ແລະ ຜູ້ຊ່ວຍຜູ້ຄວບຄຸມ ການຝຶກງານເປັນນັກຊ່ຽວຊານບັນຊີ​

23. ຜູ້ຄວບຄຸມການຝຶກງານເປັນນັກຊ່ຽວຊານບັນຊີ ມີບົດບາດຫຍັງແດ່?
​ຜູ້ຄວບຄຸມການຝຶກງານເປັນນັກຊ່ຽວຊານບັນຊີ ຈະສະໜອງ ການສະໜັບສະໜູນ ໃຫ້ທ່ານ ແລະ ການຕິດຕາມກວດກາ ເພື່ອຮັບປະກັນວ່າ ທ່ານຈະຢູ່ໃນຕໍາແໜ່ງທີ່ດີທີ່ສຸດສໍາລັບການໄດ້ໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີ ໃນທ້າຍການຝຶກງານດັ່ງກ່າວ. ການປະຕິບັດໜ້າທີ່ຂອງຜູ້ຄວບຄຸູມການຝຶກງານເປັນນັກຊ່ຽວຊານບັນຊີ  ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກຜູ້ຊ່ວຍຜູ້ຄວບຄຸມການຝຶກງານຂອງຕົນ (ເບິ່ງຄໍາຕອບ ຂອງຄໍາຖາມທີ 24 ຂ້າງລຸ່ມ)
ດ້ວຍເຫດຜົນນີ້, ຜູ້ຄວບຄຸມການຝຶກງານ ຈະປະເມີນ:
  1. ການອອກແບບ ແລະ ການຈັດຕັ້ງການຝຶກງານຂອງນັກຝຶກງານເປັນນັກຊ່ຽວຊານບັນຊີ ແລະ ໃຫ້ຄໍາປຶກສາ ແລະ ຄໍາແນະນໍາ, ຖ້າຈໍາເປັນ, ໃນການປະຊຸມກັນຄັ້ງທໍາອິດ ຊຶ່ງຈະຕ້ອງຈັດຂຶ້ນໃນຕົ້ນການຝຶກງານ; ແລະ
  2. ລະດັບຄວາມຊໍານານງານ ທີ່ໄດ້ບັນລຸໃນຂົງເຂດຄວາມສາມາດດ້ານວິຊາຊີບ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກໄວ້ ໃນແຕ່ລະປີ ຊຶ່ງຕ້ອງມີການປະເມີນການດໍາເນີນການຝຶກງານ, ຕົວຢ່າງ:
  1. ລະດັບທີ 1: ໃນປີທໍາອິດ;
  2. ລະດັບທີ 2: ໃນປີທີສອງ; ແລະ
  3. ລະດັບທີ 3: ໃນປີທີສາມ.
  1. ຂອບເຂດການປະຕິບັດພັນທະຂອງທ່ານ ຊຶ່ງໄດ້ກໍານົດໄວ້ໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ, ໂດຍສະເພາະພັນທະໃນການເຂົ້າຮ່ວມຊຸດຝຶກອົບຮົມສະໜັບສະໜູນການຝຶກງານ ແລະ ພັນທະໃນການລາຍງານ.
ໃນເວລາປະເມີນກິດຈະກໍາຂອງທ່ານ, ເພິ່ນຈະພິຈາລະນາລະດັບຂອງການດໍາເນີນການຝຶກງານຂອງທ່ານ ເພື່ອຈໍາແນກບັນຫາຕ່າງໆ ທີ່ອາດມີຜົນກະທົບແບບທາງລົບຕໍ່ການຝຶກງານ. ຖ້າຈໍາເປັນ, ເພີ່ນຈະໃຫ້ຄໍາປຶກສາ ແລະ ຄໍາແນະນໍາແກ່ທ່ານ ແລະ/ຫຼື ຈະປະຊຸມກັບຜູ້ໃຫ້ຄໍາປຶກສາ ຫຼື ຜູ້ຊ່ວຍຜູ້ຄວບຄຸມ ທີ່ມີບົດບາດເປັນຜູ້ໃຫ້ຄໍາປຶກສາຈາກພາຍນອກ ຂອງທ່ານ ເພື່ອແກ້ບັນຫາຕ່າງໆເຫຼົ່ານີ້.
ເມື່ອສິ້ນສຸດໄລຍະເວລາການຝຶກງານແລ້ວ, ເພິ່ນຈະລາຍງານຫາຄະນະກໍາມະການຝຶກອົບຮົມ ເພື່ອພິຈາລະນາຮັບຮອງການຝຶກງານຂອງທ່ານ.
24. ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ມີບົດບາດຫຍັງແດ່?
​ເພື່ອສະໜອງການສະໜັບສະໜູນແບບດັດປັບ ໃຫ້ແກ່ທ່ານ ແລະ ເພື່ອຕິດຕາມກວດກາກິດຈະກໍາຂອງທ່ານໃນໄລຍະເວລາການຝຶກງານໃຫ້ມີປະສິດທິພາບ, ຜູ້ຄວບຄຸມການຝຶກງານ ອາດແຕ່ງຕັ້ງມອບໝາຍໜຶ່ງໃນຜູ້ຊ່ວຍຜູ້ຄວບຄຸມການຝຶກງານຂອງຕົນ ເພື່ອຕິດຕາມກວດກາການດໍາເນີນການຝຶກງານຂອງທ່ານ.
ພາຍໃຕ້ຄວາມຮັບຜິດຊອບຂອງຜູ້ຄວບຄຸມການຝຶກງານ, ຜູ້ຊ່ວຍຜູ້ຄວບຄຸມການຝຶກງານທີ່ຮັບຜິດຊອບຕິດຕາມກວດກາທ່ານ ຈະປະຕິບັດທຸກກິດຈະກໍາທີ່ໄດ້ລະບຸໃນຄໍາຕອບ ຂອງຄໍາຖາມທີ 22 ຂ້າງເທິງ ແລະ ຈະລາຍງານໃຫ້ຜູ້ຄວບຄຸມການຝຶກງານ ກ່ຽວກັບການດໍາເນີນການຝຶກງານຂອງທ່ານ. ໂດຍອີງຕາມການລາຍງານຂອງທ່ານ, ເພິ່ນຈະສະເໜີ ໃຫ້ຄະນະກໍາມະການຝຶກອົບຮົມ ຮັບຮອງ ຫຼື ປະຕິເສດການຝຶກງານຂອງທ່ານ.
ຈົ່ງຮັບຊາບວ່າ ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ມີສອງປະເພດດັ່ງນີ້:
  1. ຜູ້ຊ່ວຍຜູ້ຝຶກງານທີ່ຕິດຕາມກວດກາກິດຈະກໍາຂອງນັກຝຶກງານ; ແລະ
  2. ຜູ້ຊ່ວຍຜູ້ຝຶກງານທີ່ມີບົດບາດເປັນຜູ້ໃຫ້ຄໍາປຶກສາຈາກພາຍນອກ ທີ່ບໍ່ສາມາດຕິດຕາມກວດກາກິດຈະກໍາຂອງນັກຝຶກງານເປັນນັກຊ່ຽວຊານບັນຊີດັ່ງກ່າວ.
25. ຂ້າພະເຈົ້າຈໍາເປັນຕ້ອງພົບກັບຜູ້ຄວບຄຸມ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານບໍ່?
​ແມ່ນ, ທ່ານຕ້ອງໄດ້ພົບກັບຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດຊອບຕິດຕາມກວດກາທ່ານ ຢ່າງໜ້ອຍປີລະຄັ້ງ ເພື່ອໃຫ້:
  1. ປະເມີນການອອກແບບ ແລະ ການຈັດຕັ້ງການຝຶກງານຂອງນັກຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ສະເໜີ, ໂດຍ ຄໍານຶງເຖິງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ;
  2. ທົບທວນຄືນຄວາມຄືບໜ້າຂອງການຝຶກງານຂອງທ່ານ;
  3. ປະເມີນປະສົມການເຮັດວຽກ ທີ່ທ່ານໄດ້ມາ ຕາມສາມລະດັບຄວາມຊໍານານງານ ທີ່ກໍານົດໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ;
  4. ໃຫ້ຄໍາປຶກສາແກ່ທ່ານ ແລະ ຕອບຄໍາຖາມທີ່່ທ່ານອາດມີ; ແລະ
  5. ຖ້າຈໍາເປັນ, ກໍຮຽກໃຫ້ປັບທິດທາງໃນການຝຶກງານ.
ທ່ານຈະໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບສະຖານທີ່ສໍາພາດສ່ວນບຸກຄົນ ລ່ວງໜ້າກ່ອນ 30 ມື້.
ຈະມີການຮ່າງບົດບັນທຶກການສໍາພາດສ່ວນບຸກຄົນຂອງທ່ານ ແລະ ຫ້ອງການ ສວ-ບກລ ຈະສົ່ງບົດບັນທຶກດັ່ງກ່າວ ໃຫ້ທ່ານ, ຜູ້ໃຫ້ຄໍາປຶກສາ ຫຼື ຜູ້ຊ່ວຍຜູ້ຄວບຄຸມ ທີ່ຖືກມອບໝາຍໃຫ້ມີບົດບາດເປັນຜູ້ໃຫ້ຄໍາປຶກສາຈາກພາຍນອກ ທາງອີເມລ ພາຍໃນ 30 ມື້ຫຼັງມີການສໍາພາດ.
26. ຂ້າພະເຈົ້າຈະສາມາດໄດ້ຮັບການສະໜັບສະໜູນຈາກຜູ້ຄວບຄຸມ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານແນວໃດ?
​ທ່ານສາມາດໄດ້ຮັບການສະໜັບສະໜູນໃນການຕິດຕາມກວດກາ ດ້ວຍສອງວິທີທາງຕໍ່ໄປນີ້:
  1. ໃນໂອກາດສໍາພາດສ່ວນບຸກຄົນ ຂອງທ່ານ, ຊຶ່ງໃນເວລານັ້ນ ທ່ານອາດຖາມຂໍ້ແນະນໍາ ແລະ ຄໍາປຶກສາ ກ່ຽວກັບການດໍາເນີນການຝຶກງານ ຫຼື ຂໍໃຫ້ຊ່ວຍໃນການແກ້ໄຂບັນຫາທີ່ພົບພໍ້ເວລາຝຶກງານຂອງຕົນ; ແລະ
  2. ຕິດຕໍ່ພົວພັນໂດຍກົງ ດ້ວຍວິທີທາງໃດໜຶ່ງທີ່ຖືວ່າເໝາະສົມ ໃນສະພາບການນັ້ນ ເພື່ອໃຫ້ໄດ້ຄໍາປຶກສາ ແລະ ຄໍາແນະນໍາ ກ່ຽວກັບຈຸດໃດຈຸດໜຶ່ງສະເພາະດ້ານວິຊາຊີບ ຫຼື ເພື່ອແກ້ໄຂບັນຫາທີ່ຮິບດ່ວນ.  
27. ບົດບາດຂອງຜູ້ໃຫ້ຄໍາປຶກສາ, ຜຸ້ໃຫ້ຄໍາປຶກສາຈາກພາຍນອກ, ຜູ້ຄວບຄຸມການຝຶກງານ, ແລະ ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ມີຄືແນວໃດ?
​ບົດບາດຂອງຜູ້ໃຫ້ຄໍາປຶກສາ ຫຼື ຜູ້ໃຫ້ຄໍາປຶກສາຈາກພາຍນອກ ແມ່ນການສະໜັບສະໜູນທ່ານ ໃຫ້ທ່ານມີລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ ໃນສະພາບແວດລ້ອມການເຮັດວຽກຂອງທ່ານ. ເພິ່ນຕ້ອງຊ່ວຍທ່ານ ໃນການແກ້ໄຂຈຸດຕ່າງໆສະເພາະດ້ານວິຊາຊີບ ໃນເວລາທີ່ທ່ານເຮັດວຽກຂອງທ່ານ ຫຼື ໃນເວລາທີ່ທ່ານປະຕິບັດສັນຍາວຽກງານດ້ານວິຊາຊີບຂອງທ່ານ ເພື່ອໃຫ້ທ່ານສາມາດ ໄດ້ຄວາມຮູ້ດ້ານວິທີການປະຕິບັດຕົວຈິງດ້ານວິຊາຊີບ ໂດຍການມີບົດບາດເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກເອົາ ສໍາລັບການຝຶກງານຂອງທ່ານ.
ບົດບາດຂອງຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ແມ່ນການຮັບປະກັນວ່າການຝຶກງານຂອງທ່ານ ດໍາເນີນພາຍໃຕ້ເງື່ອນໄຂ ຢ່າງຖືກຕ້ອງ ດ້ວຍການໃຫ້ຄໍາປຶກສາ ແລະ ຄໍາແນະນໍາ ແລະ ກວດກາເບິ່ງວ່າ ທ່ານໄດ້ລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ ຫຼືບໍ່ ໂດຍໃຫ້ສອດຄ່ອງກັບຈໍານວນປີ ທີ່ທ່ານໄດ້ດໍາເນີນ.
ໃນກໍລະນີ ທີ່ທ່ານບໍ່ປະຕິບັດພັນທະ ທີ່ໄດ້ກໍານົດໃນລະບຽບການກ່ຽວກັບການຝຶກງານເປັນນັກຊ່ຽວຊານບັນຊີ, ຜູ້ຄວບຄຸມການຝຶກງານ ອາດຂໍໃຫ້ຄະນະກໍາມະການຝຶກອົບຮົມ ບໍ່ຮັບຮູ້ ສ່ວນໜຶ່ງ ຫຼື ທັງໝົດ ຂອງການຝຶກງານຂອງທ່ານ.

​ກ່ຽວກັບ ນັກຝຶກງານ: ການປະເມີນປະສົບການທີ່ໄດ້ມາ ແລະ ການລາຍງານ

28. ຂ້າພະເຈົ້າຕ້ອງບັນທຶກປະສົບການເຮັດວຽກຂອງຕົນແນວໃດ?
ເມື່ອທ່ານຜ່ານການຝຶກງານເປັນນັກຊ່ຽວຊານບັນຊີ, ທ່ານຈະຕ້ອງບັນທຶກ:
  1. ໄລຍະເວລາປະສົບການ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ຕົນໄດ້ຄັດເລືອກ;
  2. ບັນຊີຊຸດຝຶກອົບຮົມສະໜັບສະໜູນການຝຶກງານ ທີ່ທ່ານໄດ້ເຂົ້າຮ່ວມ ແລະ ໃບຢັ້ງຢືນການເຂົ້າຮ່ວມຊຸດຝຶກອົບຮົມທີ່ກ່ຽວຂ້ອງດັ່ງກ່າວ;
  3. ຂໍ້ມູນກ່ຽວກັບຜູ້ໃຫ້ຄໍາປຶກສາ ຫຼື ນາຍຈ້າງຂອງທ່ານ;
  4. ຕໍາແໜ່ງງານ ແລະ ນາມຂອງທ່ານ; ແລະ
  5. ການປະເມີນດ້ວຍຕົນເອງ ລະດັບຄວາມຊໍານານງານ ທີ່ຕົນໄດ້ບັນລຸ.
ທ່ານຕ້ອງບັນທຶກຂໍ້ມູນເຫຼົ່ານີ້ ໃນໃບຕິດຕາມປະສົບການເຮັດວຽກ ທີ່ຄະນະກໍາມະການຝຶກອົບຮົມໄດ້ອອກແບບ ແລະ ຫ້ອງ ການ ສວ-ບກລ ເປັນຜູ້ໃຫ້ທ່ານ.
ຢ່າງໜ້ອຍປີລະຄັ້ງ, ໃນເວລາສໍາພາດສ່ວນບຸກຄົນ ຂອງທ່ານ, ທ່ານຕ້ອງສົ່ງໃບຕິດຕາມປະສົບການເຮັດວຽກ ໃຫ້ຜູ້ຄວບຄຸມການຝຶກງານ ແລະ/ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດຊອບຕິດຕາມກວດກາທ່ານ. ໃບຕິດຕາມປະສົບການເຮັດວຽກ ຈະຊ່ວຍພວກເພິ່ນ ໃນການປະເມີນຄວາມຄືບໜ້າຂອງທ່ານ ໃນການບັນລະລະດັບຄວາມຊໍານານງານທີ່ຈໍາເປັນ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ.
​
29. ຂ້າພະເຈົ້າຕ້ອງສ້າງບົດລາຍງານຫຍັງແດ່ ແລະ ເລື້ອຍຊໍ່າໃດ?
​ທ່ານຕ້ອງສົ່ງບົດລາຍງານສອງບົດຕໍ່ປີ:
  1. ແບບຟອມການຝຶກງານປະຈໍາປີ ຊຶ່ງສະແດງລາຍການ ແລະ ລາຍລະອຽດຂອງວຽກທີ່ໄດ້ປະຕິບັດໃນປີທີ່ລາຍງານ ພ້ອມທັງຊຸດຝຶກອົບຮົມວິຊາຊີບ ທີ່ນັກຝຶກງານເປັນນັກຊ່ຽວຊານບັນຊີໄດ້ເຂົ້າຮ່ວມ ໃນກອບກິດຈະກໍາທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຄວາມສາມາດດ້ານວິຊາຊີບ; ແລະ
  2. ບົດລາຍງານ ກ່ຽວກັບວຽກງານສະເພາະ ຊຶ່ງອາດເປັນໜຶ່ງ ຫຼື ຫຼາຍວຽກ ທີ່ຕົນໄດ້ປະຕິບັດໃນໄລຍະປີ ທີ່ຕົນຕ້ອງລາຍງານ.
ບົດລາຍງານເຫຼົ່ານີ້ ຕ້ອງຖືກເຊັນ ໂດຍທ່ານ ແລະ ຜູ້ໃຫ້ຄໍາປຶກສາ ຫຼື ຜູ້ຊ່ວຍຜູ້ຄວບຄຸມ ທີ່ມີບົດບາດເປັນຜູ້ໃຫ້ຄໍາປຶກສາຈາກພາຍນອກ ຂອງທ່ານ. ຕ້ອງສົ່ງບົດລາຍງານດັ່ງກ່າວ ໃຫ້ຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດ ຊອບຕິດຕາມກວດກາທ່ານ, ພາຍໃນ 90 ມື້ ພາຍຫຼັງສິ້ນສຸດປີ ທີ່ໄດ້ຍື່ນແບບຟອມດັ່ງກ່າວເຫຼົ່ານັ້ນ.
30. ປະສົບການທີ່ຂ້າພະເຈົ້າໄດ້ມາໃນໄລຍະການຝຶກງານເປັນນັກຊ່ຽວຊານບັນຊີ ຈະຖືກປະເມີນແນວໃດ?
​ປະສົບການຂອງທ່ານ ແລະ ຄວາມຄືບໜ້າໃນການມີລະດັບຄວາມຊໍານານງານທີ່ຈໍາເປັນ ຂອງທ່ານ ໃນຂົງເຂດຄວາມສາມາດດ້ານວິຊາຊີບຫຼັກ ຂອງສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່ທ່ານໄດ້ຄັດເລືອກ ຈະຖືກປະເມີນເປັນປະຈໍາທຸກປີ ໂດຍຜ່ານໃບຕິດຕາມປະສົບການເຮັດວຽກ, ແບບຟອມການຝຶກງານ ແລະ ບົດລາຍງານ ກ່ຽວກັບວຽກງານສະເພາະດ້ານວິຊາຊີບ ຂອງທ່ານ.
ການວິເຄາະເອກະສານເຫຼົ່ານີ້, ການສົນທະນາ ແລະ ຄໍາອະທິບາຍ ໃນໄລຍະສໍາພາດສ່ວນບຸກຄົນ ຈະພາໃຫ້ຜູ້ຄວບຄຸມການຝຶກງານ ຫຼື ຜູ້ຊ່ວຍຜູ້ຄວບຄຸມການຝຶກງານ ທີ່ຮັບຜິດຊອບນັ້ນ ປະເມີນທ່ານໄດ້.
ພາຍຫຼັງສິ້ນສຸດການຝຶກງານເປັນນັກຊ່ຽວຊານບັນຊີ, ທ່ານຕ້ອງຢູ່ໃນຖານະ ທີ່ຈະສະແດງໃຫ້ເຫັນວ່າ ທ່ານມີລະດັບຄວາມຊໍານານງານທີ່ຈໍາເປັນ ຕາມສາຍງານໃນການຝຶກງານເປັນນັກຊ່ຽວຊານບັນຊີ ທີ່່ທ່ານໄດ້ຄັດເລືອກ. ຖ້າເປັນໃນກໍລະນີນີ້, ຜູ້ຄວບຄຸມການຝຶກງານ ຈະສະເໜີໃຫ້ຄະນະກໍາມະການຝຶກອົບຮົມ ຮັບຮອງການຝຶກງານເປັນນັກຊ່ຽວຊານບັນຊີຂອງທ່ານ.
ໃນກໍລະນີອື່ນ ຜູ້ຄວບຄຸມການຝຶກງານ ອາດແນະນໍາໃຫ້:
  1. ຕໍ່ໄລຍະເວລາການຝຶກງານ ດ້ວຍກໍານົດເວລາ ທີ່ເຫັນວ່າຈໍາເປັນເພື່ອໃຫ້ບັນລຸລະດັບຄຸນນະພາບ ແລະ ຄວາມສອດຄ່ອງ ທີ່ພຽງພໍ; ຫຼື
  2. ຢັ້ງຢືນບໍ່ຮັບຮູ້ການຝຶກງານເປັນນັກຊ່ຽວຊານບັນຊີທັງໝົດຜ່ານມາ.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ