ໃນຕອນເຊົ້າຂອງວັນທີ 22 ທັນວາ 2023 ທີ່ຜ່ານມາ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຮ່ວມກັບ ສະມາຄົມນັກຊ່ຽວຊານບັນຊີຣາຊະອານາຈັກອັງກິດ (ACCA) ຈັດຝຶກອົບຮົມຂຶ້ນພາຍໃຕ້ຫົວຂໍ້ (Developing the future finance leaders, the world needs) ທີ່ສະຖານບັນການທະນາຄານ, ຊຶ່ງມີຜູ້ເຂົ້າຮ່ວມລວມທັງໝົດຈໍານວນ 107 ທ່ານ ຍິງ 72 ທ່ານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານຄຳປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ມີຫົວໜ້າຫ້ອງການສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ, ບັນດານັກສຳມະນາກອນທີ່ມາຈາກສະມາຊິກ ສວ-ບກລ, ນັກຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີລາວ, ນັກສຶກສາຈາກສະຖານບັນການທະນາຄານ ພ້ອມຄູອາຈານ ແລະ ບຸກຄົນທົ່ວໄປເຂົ້າຮ່ວມ ນອກຈາກນີ້ຍັງມີຕົວແທນຈາກສະມາຄົມນັກຊ່ຽວຊານບັນຊີຣາຊະອະນາຈັກອັງກິດ ທ່ານ Ratna Neou (Country Manager ACCA Laos and Cambodia), Sokheng Sag, (CEO, DFC Consulting Firm), ແລະ Sek Hong Yin, (Assistant). ຈຸດປະສົ່ງໃນການສຳມະນາໃນຄັ້ງນີ້ ແມ່ນເປັນການເຜີຍແຜໃຫ້ບັນດາຜູ້ເຂົ້າຮ່ວມເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງການຮຽນຫຼັກສູດນັກຊ່ຽວຊານບັນຊີ ແລະ ການປະກອບວິຊາຊີບການບັນຊີ ແລະ ນັກກວດສອບ ແລະ ເພື່ອເປັນການຍົກລະດັບວິຊາຊີບການບັນຊີ ແລະ ກວດສອບໃນລາວໃຫ້ມີຄຸນນະພາບທີ່ທຽບເທົ່າກັບພາກພື້ນ ແລະ ສາກົນໃນອະນາຄົດ.
ນອກຈາກນີ້ ທ່ານ Ratna Neou (Country Manager ACCA Laos and Cambodia) ຈາກສະມາຄົມນັກຊ່ຽວຊານບັນຊີຣາຊະອານາຈັກອັງກິດ (ACCA) ຍັງໄດ້ຍົກໃຫ້ເຫັນວ່າ ວິຊາຊີບການບັນຊີ ແລະ ກວດສອບ ແມ່ນມີຄວາມຕ້ອງການ ແລະ ມີຄວາມສຳຄັນຫຼາຍຕໍ່ການພັດທະນາ ແລະ ວາງລະບົບອົງກອນໃຫ້ມີຄຸນນະພາບ ແລະມີຄວາມໂປ່ງໃສ່. ສາມາດເບິ່ງລາຍລະອຽດກ່ຽວກັບ ACCA ເພີ່ມເຕີມທີ່ລິ້ງດ້ານລຸ່ມນີ້: Home | ACCA Global
0 Comments
ມອບ-ຮັບໃບຢັ້ງຢືນໃຫ້ຜູ້ທີ່ສໍາເລັດຊຸດຝຶກອົບຮົມຫົວຂໍ້“ມາດຕະຖານສາກົນດ້ານການກວດສອບ” ໃນຕອນບ່າຍວັນທີ 21 ທັນວາ 2023 ນີ້, ທີ່ສະຖາບັນການເງິນ-ການບັນຊີ (ດົງຄໍາຊ້າງ), ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ໄດ້ຈັດພິທີປິດຊຸດຝຶກອົບຮົມ ແລະ ມອບ-ຮັບໃບຢັ້ງຢືນໃຫ້ຜູ້ທີ່ສໍາເລັດຊຸດຝຶກອົບຮົມໃນຫົວຂໍ້ “ມາດຕະຖານສາກົນດ້ານການກວດສອບ ຫຼື International Standard on Auditing: ISA” ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີຫົວໜ້າຫ້ອງການຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ, ບັນດານັກສຳມະນາກອນທີ່ມາຈາກສະມາຊິກສວ-ບກລ ແລະ ບຸກຄົນທົ່ວໄປເຂົ້າຮ່ວມ. ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈ, ຮັບຮູ້ຢ່າງຈະແຈ້ງຕໍ່ກັບຂໍ້ກຳນົດຂອງມາດຕະຖານສາກົນດ້ານການກວດສອບ (ISA) ໃຫ້ແກ່ສະມາຊິກ ແລະ ບຸກຄົນທົ່ວໄປ, ທັງປັນການຕິດຕາມ, ເກັບກໍາຊົ່ວໂມງຝຶກອົບຮົມ (CPD) ຂອງສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ. ພ້ອມດຽວກັນນີ້, ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການກວດສອບ ອິດສະລະ ແລະ ຂໍ້ຕົກລົງວ່າດ້ວຍລະບົບການຮັບປະກັນຄຸນນະພາບວຽກງານກວດສອບ, ຕາມພັນທະຂອງສປປ ລາວ ໃນນາມເປັນໜຶ່ງໃນສະມະຊິກສົມທົບຂອງສະຫະພັນນັກບັນຊີສາກົນ. ສຳລັບຝຶກອົບຮົມໃນຫົວຂໍ້ “ມາດຕະຖານສາກົນດ້ານການກວດສອບ ຫຼື International Standard on Auditing : ISA” ຈັດຂຶ້ນທີ່ສະຖາບັນການເງິນ-ການບັນຊີ (ດົງຄໍາຊ້າງ), ໂດຍແບ່ງເປັນ 2 ພາກເຊິ່ງແຕ່ລະພາກແມ່ນຈັດເປັນ 2 ລະບົບຄື: ລະບົບເຂົ້າແບບເຊິ່ງໜ້າ ແລະ ລະບົບທາງໄກ, ໂດຍມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດ 76 ທ່ານຍິງ 36 ທ່ານ, ເຊິ່ງໄດ້ລົງເລິກຫຼາຍບັນຫາກ່ຽວກັບມາດຕະຖານສາກົນດ້ານການກວດສອບເຊັ່ນ: ພາກທີ 1 ແມ່ນຈັດຂຶ້ນໃນວັນທີ 13-14 ທັນວາ 2023 ກ່ຽວກັບ: ພາບລວມຂອງມາດຕະຖານຕ່າງໆ, ມາດຕະຖານສາກົນດ້ານການຄຸ້ມຄອງຄຸນນະພາບ(ISQM 1&2, ISA220 ), ຄວາມຮັບຜິດຊອບແລະຫຼັກການທົ່ວໄປຂອງມາດຕະຖານສາກົນດ້ານການກວດສອບ(ISA 200-299), ການປະເມີນຄວາມສ່ຽງ ແລະ ມາດຕະການຕອບໂຕ້ກັບຄວາມສ່ຽງຂອງການກວດສອບ (ISA 300–499). ສ່ວນພາກທີ 2 ຈັດຂຶ້ນໃນວັນທີ 20-21 ທັນວາ 2023 ກ່ຽວກັບຫຼັກຖານຂອງການກວດສອບ (ISA 500-599 ), ການນໍາໃຊ້ວຽກງານຂອງພາກສ່ວນອື່ນໆ (ISA 600–699), ການສະຫຼຸບຜົນ ແລະ ການລາຍງານການກວດສອບ (ISA 700 –799), ການກວດສອບບັນດາລາຍການສະເພາະ (ISA 800–899).ໃນຕອນທ້າຍຂອງການຝຶກອົບຮົມໄດ້ມີພິທີມອບໃບຢັ້ງຢືນໃຫ້ຜູ້ທີ່ສຳເລັດຊຸດຝຶກອົບຮົມ, ເຊິ່ງມອບໂດຍທ່ານ ຄໍາປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.
|
|