ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ໄດ້ຮັບອານຸຍາດໃຫ້ເຄື່ອນໄຫວຖຶກຕ້ອງຕາມກົດໝາຍ- ອີງຕາມ ກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 26 ທັນວາ 2013; - ອີງຕາມກົດໝາຍວ່າດ້ວຍການກວດສອບອິດສະລະ ສະບັບເລກທີ 51/ສພຊ, ລົງວັນທີ 22 ກໍລະກົດ 2014; - ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ ສະບັບເລກທີ 6118/ກງ, ລົງວັນທີ 10 ທັນວາ 2021; - ອີງຕາມ ໜັງສືສະເໜີ ຂອງກົມຄຸ້ມຄອງການບັນຊີ ສະບັບເລກທີ 0123/ກຄຊ, ລົງວັນທີ 23 ກຸມພາ 2024. ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ວິສາຫະກິດທົ່ວໄປຊາບວ່າ: ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ໄດ້ຮັບອານຸຍາດໃຫ້ເຄື່ອນໄຫວຖຶກຕ້ອງຕາມກົດໝາຍມີຈຳນວນທັງໝົດ 119 ຫົວໜ່ວຍ ເຊິງມີລາຍລະອຽດດັ່ງເອກະສານທີ່ຄັດຕິດມາລຸ່ມນີ້: ![]()
0 Comments
Leave a Reply. |
|