LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA

News and Events

July 10th, 2023

7/10/2023

0 Comments

 

​ຝຶກອົບຮົມການບັນຊີວຽກງານທ້າຍສະໄໝ, ລົງເລິກກິດຈະກຳ ການບໍລິການ ໂຮງແຮມ ໃຫ້ຫົວໜ່ວຍທຸລະກິດ ແລະ ວິສາຫະກິດບັນຊີ-ກວດສອບ

Picture
ໃນວັນທີ 07 ກໍລະກົດ 2023 ຜ່ານມານີ້, ກົມຄຸ້ມຄອງການບັນຊີ ກະຊວງການເງິນ ຮ່ວມກັບ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານບັນຊີທ້າຍສະໄໝ ໃຫ້ແກ່ຄູ-ອາຈານ, ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ ແລະ ວິສາຫະກິດບັນຊີ-ກວດສອບ. ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ໃຫ້ກຽດເປັນວິທະຍາກອນ ຈາກວິຊາການ ຂອງກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ມີຮອງຫົວໜ້າກົມຄຸ້ມຄອງການບັນຊີ, ຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຄະນະພະແນກ, ພະນັກງານກົມຄຸ້ມຄອງການບັນຊີ, ຫົວໜ້າຫ້ອງການ, ພະນັກງານວິຊາການ ຂອງ ສວ-ບກລ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
Picture
ຊຸດຝຶກອົບຮົມດັ່ງກ່າວ, ແມ່ນໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 03 ຫາ ວັນທີ 07 ກໍລະກົດ 2023 ເປັນເວລາ 05 ວັນ, ບັນດານັກສຳມະນາກອນ ທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ ແມ່ນໄດ້ຜ່ານການຮັບຟັງການນຳສະເໜີ, ພ້ອມກັນຄົ້ນຄວ້າການບັນຊີສຳລັບໂຮງແຮມ, ໂດຍໄດ້ລົງເລິກ ກ່ຽວກັບການກຳນົດຜັງບັນຊີສະເພາະ (ອີງຕາມໂຈດທີ່ຕັ້ງຂຶ້ນ), ບັນດາລາຍການເຄື່ອນໄຫວປະຈຳວັນ, ບັນດາລາຍການປັບປຸງທ້າຍສະໄໝ, ການສ້າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນ, ການຄິດໄລ່ ຕົວເລກເຂົ້າໃນ ໃບລາຍງານກະແສເງິນສົດ, ການສ້າງບົດອະທິບາຍຊ້ອນທ້າຍ ເອກະສານລາຍງານ ການເງິນ ແລະ ການນຳໃຊ້ໂປຣແກຣມບັນຊີ.
​ສະນັ້ນ
, ເພື່ອເປັນການຢັ້ງຢືນໄດ້ຜົນສໍາເລັດຂອງການຝຶກອົບຮົມ ທີ່ນັກສໍາມະນາກອນ ໄດ້ຜ່ານການຝຶກໃນແຕ່ລະຫົວຂໍ້ ຈຶ່ງໄດ້ມີການຈັດພິທີເພື່ອມອບໃບຢັ້ງຢືນ ໃຫ້ບັນດານັກສໍາມະນາກອນທີ່ເຂົ້າຮ່ວມຝຶກໃນຄັ້ງນີ້ ໂດຍເປັນກຽດຂຶ້ນມອບໃບຢັ້ງຢືນ ຂອງທ່ານ ນາງ ດາວອນ ທອງຈັນ ມີຜູ້ຂຶ້ນຮັບໃບຢັ້ງຢືນ ຈຳນວນ 64 ທ່ານ, ຍິງ 37 ທ່ານ. ໃນນັ້ນ, ຄູ-ອາຈານ ຈໍານວນ 11 ທ່ານ, ຈາກພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດທົ່ວໄປ ຈຳນວນ 26 ທ່ານ ແລະ ພະນັກງານຈາກ ບໍລິສັດບັນຊີ-ກວດສອບ ຈຳນວນ 27 ທ່ານ.
Picture
ພ້ອມນັ້ນ, ທ່ານ ນາງ ດາວອນ ທອງຈັນ ຍັງໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວ ໂດຍໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ ເຫັນວ່າເປັນປະໂຫຍດທີ່ສຸດ ສຳລັບພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ, ພະນັກງານບໍລິສັດບັນຊີ-ກວດສອບ, ຄຸ-ອາຈານ ຂອງສະຖານບັນການເງິນ-ການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ, ສະຖາບັນການທະນາຄານ, ວິທະຍາໄລເຕັກນິກວຽງຈັນຮ່າໂນຍ ເພື່ອຈະນໍາເອົາໄປຜັນຂະຫຍາຍ ເຂົ້າສູ່ການນຳໃຊ້, ແນະນຳຢູ່ຫົວໜ່ວຍຖືບັນຊີ ທີ່ຕົນຮັບຜິດຊອບ ແລະ ການສິດສອນ. ເຖິງແນວໃດກໍຕາມ ຄວາມຮັບຮູ້ໃໝ່ ຫຼື ເພີ່ມເຕີມດັ່ງກ່າວ ຍັງເປັນຄວາມຮັບຮູ້ເບື້ອງຕົ້ນ ຊຶ່ງຈະຕ້ອງໄດ້ນໍາ-ໄປສຶກສາ ແລະ ຜັນຂະຫຍາຍຕື່ມ ໃນຂະບວນການວຽກງານຕົວຈິງ ເພື່ອເຮັດໃຫ້ການຖືບັນຊີຂອງຫົວໜ່ວຍຖືບັນຊີ, ການສິດສອນກ້າວຂຶ້ນສູ່ຄຸນນະພາບໃໝ່ ຊຶ່ງສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ທັງສອດຄ່ອງກັບພາກພື້ນ ແລະ ສາກົນ. ທັງເພື່ອເຮັດໃຫ້ວຽກງານການບັນຊີ ຫັນເຂົ້າສູ່ການຄຸ້ມຄອງ ບົນພື້ນຖານຂໍ້ກໍານົດ ທີ່ໄດ້ລະບຸໄວ້ ໃນກົດໝາຍ ວ່າດ້ວຍການບັນຊີ (ສະບັບປັບປຸງ), ນິຕິກໍາລຸ່ມກົດໝາຍ ແລະ ເພື່ອເຮັດໃຫ້ການຖືບັນຊີ ຂອງຫົວໜ່ວຍຕ່າງໆ ທີ່ມີໜ້າທີ່ຖືບັນຊີ ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA