LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA

News and Events

June 20th, 2023

6/20/2023

0 Comments

 
Picture

ຝຶກອົບຮົມ ການບັນຊີວຽກງານທ້າຍສະໄໝ ລົງເລິກກິດຈະກຳການກໍ່ສ້າງ

​ໃນທ້າຍອາທິດ ທີ່ຜ່ານມາ ກົມຄຸ້ມຄອງການບັນຊີ ກະຊວງການເງິນ ຮ່ວມກັບ ສວ-ບກລ ໄດ້ມີຈັດພິທີປິດຊຸດຝຶກອົບຮົມ ວຽກງານບັນຊີທ້າຍສະໄໝ ໃຫ້ແກ່ ຄູ-ອາຈານ, ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ ແລະ ວິສາຫະກິດບັນຊີ-ກວດສອບ. ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ໃຫ້ກຽດເປັນ ວິທະຍາກອນ ໂດຍ ຈາກວິຊາການ ຂອງກົມຄຸ້ມຄອງການບັນຊີ ແລະ ມີຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຄະນະພະແນກ, ພະນັກງານກົມຄຸ້ມຄອງການບັນຊີ, ຫົວໜ້າຫ້ອງການ, ພະນັກງານວິຊາການ ຂອງ ສວ-ບກລ, ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ ແລະ ວິສາຫະກິດບັນຊີ-ກວດສອບ ຈໍານວນ 83 ທ່ານ ເຂົ້າຮ່ວມ.
Picture
Picture
​ຊຸດຝຶກອົບຮົມ ໃນຄັ້ງນີ້ ດໍາເນີນມາເປັນເວລາ 5 ວັນຄື ເລີ່ມແຕ່ວັນທີ 12 ຫາ ວັນທີ 16 ມິຖຸນາ 2023 ບັນດານັກສຳມະນາກອນ ໄດ້ຮັບຟັງການນຳສະເໜີ, ພ້ອມກັນຄົ້ນຄວ້າ ການບັນຊີສຳລັບ ສັນຍາກໍ່ສ້າງ. ໂດຍໄດ້ລົງເລິກ ກ່ຽວກັບ ການກຳນົດຜັງບັນຊີສະເພາະ (ອີງຕາມໂຈດທີ່ຕັ້ງຂຶ້ນ), ບັນດາລາຍການເຄື່ອນໄຫວປະຈຳວັນ, ບັນດາລາຍການປັບປຸງທ້າຍສະໄໝ, ການສ້າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນ, ການຄິດໄລ່ ຕົວເລກເຂົ້າໃນ ໃບລາຍງານກະແສເງິນສົດ, ການສ້າງບົດອະທິບາຍຊ້ອນທ້າຍ ເອກະສານລາຍງານການເງິນ ແລະ ການນຳໃຊ້ໂປຣແກຣມບັນຊີ.
Picture
Picture
ພາຍຫຼັງສໍາເລັດການຝຶກອົບຮົມ ກໍ່ໄດ້ມີການມອບໃບຢັ້ງຢືນ ໃຫ້ບັນດານັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈໍານວນ 76 ທ່ານ, ຍິງ 43 ທ່ານ. ໃນນັ້ນ, ຄູ-ອາຈານ ຈຳນວນ 11 ທ່ານ, ຈາກພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດທົ່ວໄປ ຈຳນວນ 39 ທ່ານ ແລະ ພະນັກງານຈາກ ບໍລິສັດບັນຊີ-ກວດສອບ ຈຳນວນ 26 ທ່ານ. ໂດຍການເປັນກຽດຂຶ້ນມອບໃບຢັ້ງຢືນ, ຂອງທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ.
Picture
Picture
Picture
ໂອກາດດັ່ງກ່າວ, ທ່ານ ວັນໄຊ ທອງສີທາວົງ ຍັງໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະ ເນັ້ນໃຫ້ພະນັກງານບັນຊີ ຂອງຫົວໜ່ວຍຖືບັນຊີ ຕ້ອງຈັດວາງລະບົບບັນຊີ ໃຫ້ຫົວໜ່ວຍຖືບັນຊີ ທີ່ຕົນຮັບຜິດຊອບ ເພື່ອໃຫ້ແທດເໝາະ ກັບ ລະບົບບັນຊີ ທີ່ທາງລັດຖະມົນຕີກະຊວງການເງິນ ຮັບຮອງແລ້ວ ແລະ ໃຫ້ແທດເໝາະກັບ ກິດຈະກຳການເຄື່ອນໄຫວຕົວຈິງ ຂອງຫົວໜ່ວຍຖືບັນຊີ; ມີການແລກ­ປ່ຽນບົດ­ຮຽນ ແລະ ຊ່ວຍ­ເຫຼືອເຊິ່ງກັນ ແລະ ກັນ ຢ່າງເປັນປົກ­ກະ­ຕິ ແລະ ຕໍ່ເນື່ອງ ທາງດ້ານວິ­ຊາການ ລະ­ຫວ່າງ ກົມຄຸ້ມຄອງການບັນ­ຊີ, ສວ–ບກລ, ຄູ–ອາຈານ ສອນບັນຊີ, ພະນັກງານບັນຊີ ຂອງຫົວໜ່ວຍຖືບັນຊີ ແລະ ບໍລິສັດບໍລິການບັນຊີ ແລະ ກວດສອບ ເພື່ອຍົກລະ­ດັບ ດ້ານວຽກງານການບັນຊີ ແລະ ກວດສອບ ໃຫ້ນັບມື້ນັບດີຂຶ້ນ, ມີຄວາມເປັນເອ­ກະພາບກັນ ແລະ ມີຄຸນນະພາບ ດີຂຶ້ນເທື່ອລະກ້າວ.
Picture
Picture
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA