LCPAA
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA

News and Events

LCPAA-ACCA_IFRS-training (August 2-4, 2023)

8/8/2023

0 Comments

 
Picture

ມອບ-ຮັບ ໃບຢັ້ງຢືນໃຫ້ຜູ້ສຳເລັດການຝຶກອົບຮົມ ຄວາມຮູ້ກ່ຽວກັບມາດຕະຖານລາຍງານການເງິນສາກົນ IFRS

​ວັນທີ 4 ສິງຫາ 2023 ຜ່ານມານີ້, ທີ່ສະຖາບັນການທະນາຄານ, ໄດ້ຈັດພິທີປິດຊຸດຝຶກອົບຮົມ ແລະມອບ-ຮັບໃບຢັ້ງຢືນໃຫ້ຜູ້ສຳເລັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້:ຄວາມຮູ້ກ່ຽວກັບມາດຕະຖານລາຍງານການເງິນສາກົນ (IFRS), ໂດຍການເປັນກຽດເຂົ້າຮ່ວມ-ມອບໃບຢັ້ງຢືນຂອງທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ Mr. Ratna Neou, Country Manager, ACCA Laos and Cambodia; ໂດຍມີ Dr. ZAW WIN THEIN ນັກວິທະຍາກອນຈາກສະມາຄົມນັກບັນຊີລາຊະອານາຈັກອັງກິດ, ມີນັກສໍາມະນາກອນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
Picture
Picture
ຊຸດຝຶກອົບຮົມດັ່ງກ່າວໂດຍການຮ່ວມມືລະຫວ່າງສະພາວິຊາຊີບນັກບັນຊີ ແລະນັກກວດສອບ (LCPAA)  ແລະ ສະມາຄົມນັກບັນຊີລາຊະອານາຈັກອັງກິດ (ACCA) ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືພັດທະນາ ຫຼັກສູດການບັນຊີໃນລະດັບສາກົນ ແລະ ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້: ຄວາມຮູ້ກ່ຽວກັບມາດຕະຖານລາຍງານການເງິນສາກົນ (IFRS) ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 02-04 ສິງຫາ 2023 ເປັນເວລາ 03 ວັນ, ເລີ່ມແຕ່ເວລາ 09:00- 16:00 ໂມງ, ໃນຮູບແບບເຊິ່ງໜ້າໂດຍຜູ້ເຂົ້າຮ່ວມທັງ ໝົດ 57 ທ່ານ, ເປັນຍິງ 34 ທ່ານ.  ໃນນັ້ນ,  ມີຜູ້ເຂົ້າຮ່ວມຈາກສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຜູ້ປະກອບອາຊີບບັນຊີ ແລະ ກວດສອບ, ບຸກຄົນທົ່ວໄປທີ່ສົນໃຈ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ​
Picture
Picture
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ເພື່ອເປັນການສ້າງຄວາມຮູ້ຄວາມສາມາດທາງດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດລາຍງານມາດຕະຖານການລາຍງານການເງິນສາກົນໃຫ້ແກ່ສະມາຊິກ ແລະ ນັກຊ່ຽວຊານບັນຊີ. ທັງນີ້, ກໍ່ເພື່ອເປັນການສ້າງຄວາມເອກະພາບໃນຂົງເຂດຫົວໜ່ວຍທຸລະກິດ, ທັງເປັນການຊ່ວຍພັດທະນາສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ສະມາຊິກໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
Picture
Picture
ສະມາຄົມນັກບັນຊີລາຊະອານາຈັກອັງກິດ (ACCA) ເປັນສະຫະພັນນັກບັນຊີເປັນອົງກອນລະດັບໂລກ ແລະ ໄດ້ຮັບມາດຕະຖາານລະດັບສາກົນ, ໂດຍມີນັກຮຽນ ແລະ ສະມາຊິກຫຼາຍຮ້ອຍປະເທດທົ່ວໂລກ, ເຊິ່ງການ ຮ່ວມມືລະຫວ່າງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ ສະມາຄົມນັກບັນຊີລາຊະອານາຈັກອັງກິດ  ເປັນການສືບຕໍ່ຮ່ວມມືເປັນຄູ່ຮ່ວມມືຍຸດທະສາດຊຶ່ງນັບແຕ່ 2016  ເປັນຕົ້ນມາ, ສ່ວນສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (LCPAA) ໃນເມື່ອກ່ອນມີຊື່ວ່າອົງການຈັດຕັ້ງວິຊາຊີບນັກບັນຊີລາວ, ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນແຕ່ປີ 1998 ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0722/ກງ, ລົງວັນທີ 5 ພຶດສະພາ 1998, ໂດຍມີບົດບາດໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ຕໍ່ມາໄດ້ປ່ຽນຊື່ເປັນສະພາວິຊາຊີບນັກບັນຊີ ແລະ ນັກກວດສອບເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການບັນຊີປີ 2013 ແລະ ກົດໝາຍກວດສອບອິດສະຫຼະປີ 2014.
Picture
Picture
Picture
Picture
0 Comments



Leave a Reply.

Become a
member

Benefit of Member
Member Category
Member Application
Member Rule

Member Service

Member Directory
Continued Professional Development (CPD)
​
Become ASEAN CPA

Knowledge

Lao CPA Qualification​
Law, Regulation and Standards
​
FAQ
​

LCPAA

Contact
About
Partner
© COPYRIGHT 2015. ALL RIGHTS RESERVED.
  • Home
    • About
    • Partner
    • LCPAA President message
    • LCPAA Vice President message
  • Member
    • ANNUAL REPORT
    • Member Category
    • Member Application
    • Member Rule
    • Member Services
    • Member Directory >
      • Ordinary Members
      • Associate Members
      • Honorary members
  • Student
    • Lao CPA Qualification
    • Law and regulation and standards
    • FAQ
  • Knowledge
    • Finance-Accounting
    • Financial Reporting
    • Audit and Assurance
    • Internal Audit - Internal Control
    • Financial Management
    • Taxation
    • Management Accounting
    • Strategy - Corporate Governance
  • News and Events
  • Contact Us
  • 🔍Search
  • ໜ້າຫລັກ
    • ກ່ຽວກັບພວກເຮົາ
    • ຄູ່ຮ່ວມງານ
    • ຄຳເຫັນຂອງປະທານສະພາວິຊາຊີບ
    • ຄຳເຫັນຂອງຮອງປະທານສະພາວິຊາຊີບ
  • ສະມາຊິກ
    • ປະເພດສະມາຊິກ
    • ສະມັກເປັນສະມາຊິກ
    • ລະບຽບສະມາຊິກ
    • ການບໍລິການສະມາຊິກ
    • ຂໍ້ມູນສະມາຊິກ >
      • ສະມາຊິກສາມັນ
      • ສະມາຊິກ ສະໜັບສະໜູນ
      • ສະມາຊິກກິດຕິມະສັກ
  • ນັກຝຶກອົບຮົມ
    • ຫຼັກສູດວິຊາຊີບຊ່ຽວຊານບັນຊີ
    • ການຝຶກງານເປັນນັກຊ່ຽວຊານບັນຊີ >
      • ຟອມສະໝັກຝຶກງານ
      • ລະບຽບການຝຶກງານ
      • ຂໍ້ມູນເພີ່ມເຕີມກ່ຽວກັບການຝຶກງານ
      • ຄຳຖາມ-ຕອບ ກ່ຽວກັບລະບຽບການຝຶກງານ
    • ຮຽນອອນລາຍ >
      • F4 Corporate and Business Law (CL)
    • ກົດໝາຍ, ລະບຽບ ແລະ ມາດຕະຖານ
  • ຂ່າວສານ ແລະ ເຫດການ
  • ຕິດຕໍ່ພວກເຮົາ
  • 🔍ຄົ້ນຫາຂໍ້ມູນ
  • Asean CPA
    • Become ASEAN CPA